1 ຕີໂມທຽວ 3:16 - ພຣະຄຳພີລາວສະບັບສະໄໝໃໝ່16 ຂໍ້ເລິກລັບແຫ່ງທາງຂອງພຣະເຈົ້ານັ້ນຍິ່ງໃຫຍ່ເໜືອຂໍ້ຂ້ອງໃຈທັງປວງຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຮັບການພິສູດໂດຍພຣະວິນຍານ, ບັນດາເທວະດາກໍໄດ້ເຫັນ, ໄດ້ຖືກປະກາດໃນທ່າມກາງປະຊາຊາດ, ຄົນໃນໂລກໄດ້ເຊື່ອໃນພຣະອົງ, ໄດ້ຖືກຮັບຂຶ້ນສູ່ສະຫງ່າລາສີ. Uka jalj uñjjattʼätaພຣະຄຳພີສັກສິ16 ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ. Uka jalj uñjjattʼäta |
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.
ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ, ບັດນີ້ ບັນດາຜູ້ປະກາດຂ່າວປະເສີດໄດ້ກ່າວເຖິງສິ່ງຕ່າງໆເຫລົ່ານີ້ແກ່ພວກເຈົ້າແລ້ວໂດຍທາງພຣະວິນຍານບໍລິສຸດເຈົ້າທີ່ໄດ້ສົ່ງມາຈາກສະຫວັນ. ແມ່ນແຕ່ພວກເທວະດາກໍຍັງປາຖະໜາຈະເຂົ້າໃຈສິ່ງເຫລົ່ານີ້.