Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:15
55 Jak'a apnaqawi uñst'ayäwi  

ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ຜູກມັດ​ໄວ້​ເທິງ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກມັດ​ໄວ້​ໃນ​ສະຫວັນ ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ຈະ​ແກ້​ໃນ​ແຜ່ນດິນໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສະຫວັນ.


ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


ພວກຂ້ານ້ອຍ​ເຊື່ອ ແລະ ຮູ້​ແລ້ວ​ວ່າ​ພຣະອົງ​ເປັນ​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ”.


ຈົນ​ເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ, ຫລັງ​ຈາກ​ໄດ້​ໃຫ້​ຄຳ​ແນະນຳ​ຜ່ານ​ທາງ​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ອັກຄະສາວົກ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້.


“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ແລະ “ໃນ​ບ່ອນ​ທີ່​ກ່າວ​ແກ່​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ບຸດ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່’”.


ຢ່າ​ເປັນ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ຜູ້ໃດ​ສະດຸດໃຈ ບໍ່​ວ່າ​ຈະ​ເປັນ​ຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກ​ຂອງ​ພຣະເຈົ້າ


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ພວກເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ຈົດໝາຍ​ທີ່​ມາ​ຈາກ​ພຣະຄຣິດເຈົ້າ, ເປັນ​ຜົນ​ທີ່​ມາ​ຈາກ​ພັນທະກິດ​ຂອງ​ພວກເຮົາ, ເຊິ່ງ​ບໍ່​ໄດ້​ຂຽນ​ດ້ວຍ​ນ້ຳມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ບໍ່​ໄດ້​ຂຽນ​ໃສ່​ເທິງ​ແຜ່ນຫີນ ແຕ່​ຂຽນ​ໃສ່​ໃນ​ຫົວໃຈ​ຂອງ​ມະນຸດ.


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ;


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ເມື່ອ​ພວກເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ.


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ເພາະ​ພວກເຂົາ​ເອງ​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ວ່າ​ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງໃດ. ພວກເຂົາ​ຍັງ​ບອກ​ອີກ​ວ່າ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ຮູບເຄົາລົບ​ມາ​ຫາ​ພຣະເຈົ້າ ເພື່ອ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ຜູ້​ມີຊີວິດ​ຢູ່,


ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


(ຖ້າ​ຜູ້ໃດ​ບໍ່​ຮູ້​ວິທີ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ, ລາວ​ຈະ​ສາມາດ​ເບິ່ງແຍງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງໃດ?)


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ອົງ​ດຽວ​ທີ່​ເປັນ​ອະມະຕະ ແລະ ດຳລົງ​ຢູ່​ໃນ​ຄວາມສະຫວ່າງ​ອັນ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້, ເປັນ​ອົງ​ທີ່​ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ ຫລື ສາມາດ​ເຫັນ​ພຣະອົງ​ໄດ້. ຂໍ​ໃຫ້​ກຽດ ແລະ ລິດທານຸພາບ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ນິລັນດອນ. ອາແມນ.


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ໃນ​ເຮືອນ​ຫລັງ​ໃຫຍ່​ບໍ່​ແມ່ນ​ມີ​ແຕ່​ພາຊະນະ​ຄຳ ແລະ ເງິນ​ເທົ່ານັ້ນ, ແຕ່​ມີ​ພາຊະນະ​ໄມ້ ແລະ ພາຊະນະດິນ​ດ້ວຍ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ຈຸດປະສົງ​ພິເສດ, ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ໃຊ້​ທົ່ວໄປ.


ແລະ ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຍິ່ງໃຫຍ່​ເໜືອ​ຄົວເຮືອນ​ຂອງ​ພຣະເຈົ້າ​ແລ້ວ,


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ພີ່ນ້ອງ​ທັງຫລາຍ​ຈົ່ງ​ລະວັງ​ໃຫ້​ດີ, ເພື່ອ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກເຈົ້າ​ມີ​ໃຈ​ບາບ ບໍ່ເຊື່ອ​ແລ້ວ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.


ເພາະ​ເຖິງ​ເວລາ​ແລ້ວ​ທີ່​ການພິພາກສາ​ຈະ​ເລີ່ມ​ຂຶ້ນ​ທີ່​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ ຖ້າ​ການ​ພິພາກສາ​ເລີ່ມ​ຕົ້ນ​ທີ່​ພວກເຮົາ​ກ່ອນ ແລ້ວ​ຜົນ​ທີ່​ຈະ​ໄດ້​ຮັບ​ຂອງ​ບັນດາ​ຜູ້​ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງໃດ?


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka