Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຮົາ​ຫວັງ​ວ່າ ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເຮົາ​ຈຶ່ງ​ຂຽນ​ຈົດໝາຍ​ນີ້ ເຖິງ​ພວກເຈົ້າ​ກໍ​ເພື່ອ​ວ່າ,

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:14
11 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ຫິວ​ກໍ​ຄວນ​ຮັບປະທານ​ບາງ​ຢ່າງ​ທີ່​ເຮືອນ​ຂອງ​ຕົນ​ເສຍ, ເພື່ອວ່າ​ເມື່ອ​ພວກເຈົ້າ​ມາ​ຮ່ວມກັນ ພວກເຈົ້າ​ຈຶ່ງ​ຈະ​ບໍ່​ເປັນ​ຕົ້ນເຫດ​ໃນ​ການພິພາກສາ. ແລະ ເມື່ອ​ເຮົາ​ມາ ເຮົາ​ຈະ​ໃຫ້​ຂໍ້​ແນະນຳ​ເພີ່ມເຕີມ.


ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.


ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.


ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.


ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.


ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.


ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ​ແຕ່​ບໍ່​ຢາກ​ໃຊ້​ເຈ້ຍ ແລະ ນ້ຳມຶກ. ແຕ່​ເຮົາ​ຫວັງ​ຈະ​ມາ​ຢ້ຽມຢາມ ແລະ ເວົ້າ​ກັບ​ພວກເຈົ້າ​ແບບ​ໜ້າຕໍ່ໜ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ຈະ​ເຕັມບໍລິບູນ.


ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka