1 ຕີໂມທຽວ 3:11 - ພຣະຄຳພີລາວສະບັບສະໄໝໃໝ່11 ໃນທຳນອງດຽວກັນ, ພວກແມ່ຍິງຕ້ອງເປັນຄົນທີ່ໜ້ານັບຖື, ບໍ່ເວົ້າຫຍາບຄາຍ, ແຕ່ຮູ້ຈັກຄວບຄຸມອາລົມ ແລະ ເຊື່ອຖືໄດ້ໃນທຸກສິ່ງ. Uka jalj uñjjattʼätaພຣະຄຳພີສັກສິ11 ຝ່າຍພວກແມ່ຍິງກໍເໝືອນກັນ ຕ້ອງເປັນຄົນເອົາການເອົາງານ ຕ້ອງມີຄຸນສົມບັດດີ ແລະຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ. Uka jalj uñjjattʼäta |
ສ່ວນບັນດາຄົນທີ່ມີນາຍເປັນຜູ້ທີ່ເຊື່ອກໍບໍ່ຄວນສະແດງຄວາມບໍ່ນັບຖືຕໍ່ພວກເພິ່ນ ເພາະພວກເພິ່ນເປັນຜູ້ທີ່ເຊື່ອດ້ວຍກັນ. ກົງກັນຂ້າມ, ພວກເຂົາສົມຄວນຈະຮັບໃຊ້ນາຍເຫລົ່ານັ້ນໃຫ້ດີຍິ່ງຂຶ້ນເພາະວ່ານາຍຂອງພວກເຂົານັ້ນເປັນທີ່ຮັກຂອງພວກເຂົາເປັນຜູ້ທີ່ເຊື່ອ ແລະ ໄດ້ອຸທິດຕົນເພື່ອສະຫວັດດີການຂອງຂ້າທາດຂອງຕົນ. ເຈົ້າຈົ່ງສັ່ງສອນ ແລະ ເນັ້ນພວກເຂົາໃຫ້ເຮັດສິ່ງເຫລົ່ານີ້.