Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຂົາ​ຕ້ອງ​ຖືກ​ທົດສອບ​ກ່ອນ ແລະ ເມື່ອ​ເຫັນ​ວ່າ​ບໍ່ມີຂໍ້ບົກຜ່ອງ​ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຮັດ​ໜ້າທີ່​ຜູ້ດູແລ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຕ້ອງ​ໃຫ້​ຄົນ​ເຫຼົ່າ​ນີ້ ຜ່ານ​ການ​ທົດສອບ​ກ່ອນ ແລະ​ເມື່ອ​ເຫັນ​ວ່າ​ບໍ່ມີ​ຂໍ້​ຕິຕຽນ​ແລ້ວ ຈຶ່ງ​ໃຫ້​ເປັນ​ຜູ້​ດູແລ​ຮັບໃຊ້.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 3:10
9 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ບັດນີ້ ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ຄືນດີ​ກັບ​ພຣະອົງ​ໂດຍ​ການຕາຍ​ທາງ​ດ້ານ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ​ເພື່ອ​ຖວາຍ​ພວກເຈົ້າ​ໃຫ້​ເປັນ​ຜູ້​ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນ​ຈາກ​ຂໍ້ກ່າວຫາ​ຕໍ່ໜ້າ​ພຣະອົງ.


ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.


ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka