Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 2:8
48 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ໄດ້​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ, ບໍ່​ພຽງ​ເທົ່ານັ້ນ ແຕ່​ພວກເຈົ້າ​ຍັງ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກ​ລົງ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ເມື່ອ​ພຣະອົງ​ພາ​ພວກເພິ່ນ​ອອກ​ໄປ​ທີ່​ຂົງເຂດ​ໃກ້ຄຽງ​ໃນ​ເບັດທານີ​ແລ້ວ, ພຣະອົງ​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ອວຍພອນ​ພວກເພິ່ນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ ຈົ່ງ​ເຊື່ອ​ໃນ​ເຮົາ​ເທາະ ໃກ້​ຈະ​ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ບໍ່​ໄດ້​ນະມັດສະການ​ພຣະບິດາເຈົ້າ​ຢູ່​ທີ່​ພູ​ນີ້ ຫລື ທີ່​ນະຄອນ​ເຢຣູຊາເລັມ,


ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.


ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.


ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.


ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.


ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ເຮົາ. ແຕ່​ວ່າ​ແຕ່ລະຄົນ​ໃນ​ພວກເຈົ້າ​ນັ້ນ​ມີ​ຂອງປະທານ​ຈາກ​ພຣະເຈົ້າ​ເປັນ​ຂອງ​ຕົນເອງ; ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນີ້ ອີກ​ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນັ້ນ.


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.


ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ດັງ​ອອກຈາກ​ພວກເຈົ້າ​ໄປ ບໍ່​ແມ່ນ​ແຕ່​ຢູ່​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ​ເທົ່ານັ້ນ ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ໄດ້​ກາຍເປັນ​ທີ່​ຮູ້ຈັກ​ໄປ​ທົ່ວ​ທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ຈໍາເປັນ​ຕ້ອງ​ເວົ້າ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ,


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ຈົ່ງ​ຫຍັບເຂົ້າ​ໃກ້​ພຣະເຈົ້າ ແລະ ພຣະອົງ​ຈະ​ມາ​ໃກ້​ພວກເຈົ້າ. ຄົນບາບ​ທັງຫລາຍ​ເອີຍ, ຈົ່ງ​ລ້າງ​ມື​ຂອງ​ຕົນ​ໃຫ້​ສະອາດ ແລະ ພວກເຈົ້າ​ຄົນ​ສອງ​ໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງ​ພວກເຈົ້າ​ໃຫ້​ບໍລິສຸດ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka