4 ຜູ້ປະສົງໃຫ້ທຸກຄົນໄດ້ຮັບຄວາມພົ້ນ ແລະ ໄດ້ມາຮູ້ຈັກຄວາມຈິງ.
4 ພຣະອົງຊົງມີພຣະປະສົງໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະໃຫ້ມາຮູ້ຈັກຄວາມຈິງ.
ເຫດສະນັ້ນ ຈົ່ງໄປ ແລະ ເຮັດໃຫ້ຄົນທຸກຊາດເປັນລູກສິດ, ໃຫ້ພວກເຂົາຮັບບັບຕິສະມາໃນນາມແຫ່ງພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,
ພຣະອົງກໍກ່າວແກ່ພວກເພິ່ນວ່າ, “ຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທັງໝົດ.
ເພື່ອຈະໃຫ້ຄົນຂອງພຣະອົງຮູ້ເຖິງຄວາມພົ້ນ ຜ່ານການອະໄພບາບຂອງພວກເຂົາ,
“ດັ່ງນັ້ນ ນາຍຈຶ່ງບອກຜູ້ຮັບໃຊ້ນັ້ນວ່າ, ‘ຈົ່ງອອກໄປຕາມຖະໜົນຫົນທາງໃນຊົນນະບົດ ແລະ ນຳເອົາພວກເຂົາເຂົ້າມາ ເພື່ອວ່າເຮືອນຂອງເຮົາຈະເຕັມ.
ແລະ ການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອການອະໄພບາບຈະຖືກປະກາດໃນນາມຂອງພຣະອົງແກ່ທຸກຊົນຊາດ, ເຊິ່ງເລີ່ມຕັ້ງແຕ່ທີ່ເຢຣູຊາເລັມ.
ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ.
ຂໍຊຳລະພວກເຂົາໃຫ້ບໍລິສຸດດ້ວຍຄວາມຈິງ, ພຣະທຳຂອງພຣະອົງເປັນຄວາມຈິງ.
ຄົນເຫລົ່ານັ້ນທັງໝົດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາກໍຈະມາຫາເຮົາ ແລະ ຜູ້ໃດກໍຕາມທີ່ມາຫາເຮົາ ເຮົາຈະບໍ່ຂັບໄລ່ໄປຈັກເທື່ອ.
ໂດຍມີຄວາມຫວັງວ່າເຮົາຈະຊັກຊວນພີ່ນ້ອງຮ່ວມຊາດຂອງເຮົາໃຫ້ເກີດຄວາມອິດສາ ແລະ ເພື່ອຊ່ວຍພວກເຂົາບາງຄົນໃຫ້ພົ້ນໄດ້.
ດ້ວຍເຫດນີ້ທີ່ພວກເຮົາເຮັດວຽກງານໜັກ ແລະ ອົດທົນສູ້ກໍເພາະພວກເຮົາໄດ້ມອບຄວາມຫວັງໄວ້ໃນພຣະເຈົ້າຜູ້ມີຊີວິດຢູ່, ຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງມະນຸດທຸກຄົນ ແລະ ໂດຍສະເພາະບັນດາຜູ້ທີ່ເຊື່ອ.
ບັນດາຜູ້ທີ່ຕໍ່ຕ້ານຈະຕ້ອງໄດ້ຮັບການແນະນຳຢ່າງສຸພາບ, ໂດຍຫວັງວ່າພຣະເຈົ້າຈະໃຫ້ພວກເຂົາກັບໃຈໃໝ່ ເພື່ອຈະນຳພາພວກເຂົາໃຫ້ຮູ້ຈັກຄວາມຈິງ
ພວກແມ່ຍິງເຫລົ່ານີ້ຮ່ຳຮຽນຢູ່ເລື້ອຍໆແຕ່ບໍ່ສາມາດຮູ້ເຖິງຄວາມຈິງໄດ້ເລີຍ.
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ເພື່ອຄວາມເຊື່ອຂອງຜູ້ທີ່ພຣະເຈົ້າໄດ້ເລືອກ ແລະ ເພື່ອຄວາມຮູ້ເຖິງຄວາມຈິງອັນນໍາໄປສູ່ທາງພຣະເຈົ້າ
ເພາະພຣະຄຸນຂອງພຣະເຈົ້າທີ່ໄດ້ປາກົດນັ້ນໄດ້ໃຫ້ຄວາມພົ້ນແກ່ທຸກຄົນ
ຫລັງຈາກທີ່ພວກເຮົາໄດ້ຮູ້ຄວາມຈິງແລ້ວ ຖ້າພວກເຮົາຍັງເຈດຕະນາເຮັດບາບຕໍ່ໄປກໍຈະບໍ່ເຫລືອເຄື່ອງບູຊາລຶບລ້າງບາບໃດໆ,
ແຕ່ຖ້າພວກເຈົ້າຂົມຂື່ນດ້ວຍໃຈອິດສາ ແລະ ທະເຍີທະຍານຢ່າງເຫັນແກ່ໂຕຢູ່ໃນໃຈຂອງພວກເຈົ້າ ກໍຢ່າໂອ້ອວດເຖິງເລື່ອງນັ້ນ ຫລື ປະຕິເສດຄວາມຈິງ.
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊ້າທີ່ຈະເຮັດຕາມສັນຍາເໝືອນດັ່ງທີ່ບາງຄົນເຂົ້າໃຈວ່າຊ້າ. ແຕ່ພຣະອົງອົດທົນຕໍ່ພວກເຈົ້າ, ພຣະອົງບໍ່ຕ້ອງການໃຫ້ຜູ້ໃດຈິບຫາຍໄປ, ແຕ່ຕ້ອງການໃຫ້ທຸກຄົນກັບມາເພື່ອຖິ້ມໃຈເກົ່າເອົາໃຈໃໝ່.
ຈາກ ຜູ້ອາວຸໂສ, ເຖິງທ່ານສຸພາບສະຕີທີ່ພຣະເຈົ້າໄດ້ເລືອກໄວ້ກັບລູກທັງຫລາຍຂອງນາງ ຜູ້ທີ່ເຮົາຮັກໃນຄວາມຈິງ ແລະ ບໍ່ແມ່ນພຽງແຕ່ເຮົາເທົ່ານັ້ນ ແຕ່ລວມທັງຄົນທັງປວງທີ່ຮູ້ຈັກຄວາມຈິງດ້ວຍ.
ແລ້ວຂ້າພະເຈົ້າກໍເຫັນເທວະດາອີກຕົນໜຶ່ງກຳລັງບິນຢູ່ໃນກາງອາກາດ ແລະ ເທວະດາຕົນນັ້ນມີຂ່າວປະເສີດນິລັນດອນເພື່ອປະກາດແກ່ຜູ້ທີ່ດຳເນີນຊີວິດຢູ່ເທິງແຜ່ນດິນໂລກ, ແກ່ທຸກຊົນຊາດ, ທຸກຊົນເຜົ່າ, ທຸກພາສາ ແລະ ແກ່ທຸກໆຄົນ.