Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 2:2
22 Jak'a apnaqawi uñst'ayäwi  

ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ.


ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.


ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.


ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka