Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແມ່ຍິງ​ຄວນ​ຮຽນຮູ້​ຢ່າງ​ງຽບໆ ແລະ ຍອມຈໍານົນ​ທຸກ​ປະການ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃຫ້​ແມ່ຍິງ​ຮຽນຮູ້​ເອົາ​ຢ່າງ​ງຽບໆ ດ້ວຍ​ໃຈ​ອ່ອນນ້ອມ​ຍອມ​ຟັງ​ທຸກປະການ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 2:11
10 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ.


ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເຊິ່ງ​ເປັນ​ສິ່ງ​ທີ່​ເໝາະສົມ​ໃນ​ອົງພຣະຜູ້ເປັນເຈົ້າ.


ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka