8 ພວກເຮົາຮູ້ຢູ່ວ່າກົດບັນຍັດນັ້ນດີຖ້ານຳໄປໃຊ້ໃນທາງທີ່ຖືກຕ້ອງ.
8 ພວກເຮົາຮູ້ວ່າກົດບັນຍັດນັ້ນດີ ຖ້ານຳໄປໃຊ້ໃນທາງຖືກຕ້ອງ.
ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
ແລະ ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດນັ້ນ ເຮົາກໍເຫັນພ້ອມວ່າກົດບັນຍັດນັ້ນດີ.
ເພາະເຮົາຮູ້ວ່າບໍ່ມີສິ່ງດີອັນໃດຢູ່ໃນໂຕເຮົາ, ນັ້ນກໍຄື ທຳມະຊາດບາບຂອງເຮົາທີ່ຢູ່ໃນ. ເພາະວ່າເຮົາປາຖະໜາຈະເຮັດສິ່ງທີ່ດີ ແຕ່ເຮົາເຮັດບໍ່ໄດ້.
ເພາະວ່າສ່ວນເລິກໃນຈິດໃຈຂອງເຮົາແລ້ວເຮົາປິຕິຍິນດີໃນກົດບັນຍັດຂອງພຣະເຈົ້າ,
ເຫດສະນັ້ນ ກົດບັນຍັດໄດ້ຂັດກັບສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! ເພາະຖ້າກົດບັນຍັດທີ່ຖືກມອບໃຫ້ນັ້ນສາມາດໃຫ້ຊີວິດ, ແລ້ວຄວາມຊອບທຳກໍຈະໄດ້ມາໂດຍກົດບັນຍັດແນ່ນອນ.
ເຊັ່ນດຽວກັນ, ນັກກິລາຄົນໃດກໍຕາມທີ່ແຂ່ງຂັນຈະບໍ່ໄດ້ຮັບມົງກຸດແຫ່ງໄຊຊະນະຖ້າບໍ່ແຂ່ງຂັນຕາມກະຕິກາ.