Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ພວກເຂົາ​ຢາກ​ຈະ​ເປັນ​ຄູສອນກົດບັນຍັດ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຕົນເອງ​ກຳລັງ​ເວົ້າ​ອັນໃດ ຫລື ຢືນຢັນ​ຢ່າງ​ໜັກແໜ້ນ​ເຖິງ​ເລື່ອງ​ອັນໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ພວກເຂົາ​ຢາກ​ເປັນ​ຄູສອນ​ເລື່ອງ​ກົດບັນຍັດ​ຂອງ​ພຣະເຈົ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ຕົນເອງ​ເວົ້າ ແລະ​ສິ່ງ​ທີ່​ພວກເຂົາ​ຢືນຢັນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:7
20 Jak'a apnaqawi uñst'ayäwi  

ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”. ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.


ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.


ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”.


ເຖິງ​ພວກເຂົາ​ອ້າງ​ຕົນ​ວ່າ​ເປັນ​ຄົນມີປັນຍາ ພວກເຂົາ​ກໍ​ກາຍເປັນ​ຄົນ​ໂງ່


ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?


ພວກເຈົ້າ​ຜູ້​ທີ່​ຢາກ​ຢູ່​ໃຕ້​ກົດບັນຍັດ ຈົ່ງ​ບອກ​ເຮົາ​ມາ, ພວກເຈົ້າ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ໄວ້​ບໍ?


ຜູ້​ນັ້ນ​ກໍ​ອວດໂຕຈອງຫອງ ແລະ ບໍ່​ເຂົ້າໃຈ​ສິ່ງໃດ​ເລີຍ. ພວກເຂົາ​ເມົາມົວ​ຢູ່​ກັບ​ການ​ຖົກຖຽງກັນ ແລະ ການ​ທະເລາະວິວາດ​ກັນ​ໃນ​ເລື່ອງ​ຄຳເວົ້າ​ຕ່າງໆ​ທີ່​ເຮັດ​ໃຫ້​ເກີດ​ການອິດສາ​ກັນ, ການຍາດແຍ່ງຊິງດີ​ກັນ, ການເວົ້າຮ້າຍ, ການລະແວງ​ສົງໄສ​ທີ່​ຊົ່ວຮ້າຍ


ພວກ​ແມ່ຍິງ​ເຫລົ່ານີ້​ຮ່ຳຮຽນ​ຢູ່​ເລື້ອຍໆ​ແຕ່​ບໍ່​ສາມາດ​ຮູ້​ເຖິງ​ຄວາມຈິງ​ໄດ້​ເລີຍ.


ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka