Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:20
17 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.


ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງຫລາຍ, ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ. ພວກເຂົາ​ຈຶ່ງ​ເລີ່ມ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ໂປໂລ​ກຳລັງ​ກ່າວ ແລະ ຫຸ້ມ​ຂົ່ມເຫັງ​ເພິ່ນ.


ພວກ​ຢິວ​ທີ່​ຢູ່​ໃນ​ຝູງຊົນ​ໄດ້​ຊຸກ​ອາເລັກຊັນເດີ​ອອກ​ໄປ​ຂ້າງໜ້າ ແລະ ບາງຄົນ​ໃນ​ປະຊາຊົນ​ກໍ​ຮ້ອງ​ສັ່ງ​ລາວ. ລາວ​ໂບກ​ມື​ໃຫ້​ງຽບ​ເພື່ອ​ຈະ​ກ່າວ​ແກ້​ຕໍ່ໜ້າ​ປະຊາຊົນ.


ເຖິງ​ຢ່າງໃດ​ກໍ​ຕາມ ເມື່ອ​ອົງພຣະຜູ້ເປັນເຈົ້າ​ພິພາກສາ​ພວກເຮົາ​ໃນ​ວິທີ​ນີ້, ພຣະອົງ​ຕີສອນ​ພວກເຮົາ ເພື່ອ​ວ່າ​ໃນ​ທີ່ສຸດ​ພວກເຮົາ​ຈະ​ບໍ່​ໄດ້​ຖືກ​ຕັດສິນລົງໂທດ​ຮ່ວມ​ກັບ​ໂລກ.


ແລະ ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ລົງໂທດ​ທຸກ​ການກະທຳ​ທີ່​ບໍ່​ເຊື່ອຟັງ ຫລັງຈາກ​ພວກເຈົ້າ​ໄດ້​ເຊື່ອຟັງ​ຢ່າງ​ສົມບູນ​ແລ້ວ.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.


ແທ້ຈິງ​ແລ້ວ​ກໍ​ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.


ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.


ຄຳສອນ​ຂອງ​ພວກເຂົາ​ຈະ​ແຜ່ລາມ​ເໝືອນດັ່ງ​ບາດແຜ​ເປື່ອຍເນົ່າ. ໃນ​ທ່າມກາງ​ພວກເຂົາ​ມີ​ຮີເມນາໂຢ ແລະ ຟີເລໂຕ,


ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,


ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,


ສ່ວນ​ພະຍານາກ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.


ບັນດາ​ຜູ້​ທີ່​ເຮົາ​ຮັກ ເຮົາ​ກໍ​ຕັກເຕືອນ ແລະ ຕີສອນ. ດັ່ງນັ້ນ ຈົ່ງ​ກະຕືລືລົ້ນ ແລະ ກັບໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka