Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:19
25 Jak'a apnaqawi uñst'ayäwi  

ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?


ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ມີ​ຄວາມແຕກຕ່າງ​ກັນ ເພື່ອ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຝ່າຍ​ໃດ​ທີ່​ພຣະເຈົ້າ​ເຫັນດ້ວຍ.


ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ພວກເຂົາ​ຕ້ອງ​ຢຶດໝັ້ນ​ໃນ​ຄວາມຈິງ​ອັນ​ເລິກເຊິ່ງ​ຂອງ​ຄວາມເຊື່ອ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ.


ຈົ່ງ​ຕໍ່ສູ້​ຢ່າງ​ເຂັ້ມແຂງ​ເພື່ອ​ຄວາມເຊື່ອ​ນີ້. ຈົ່ງ​ຢຶດໝັ້ນ​ຊີວິດ​ນິລັນດອນ​ທີ່​ໄດ້​ເອີ້ນ​ເອົາ​ເຈົ້າ​ເມື່ອ​ເຈົ້າ​ປະກາດ​ຕົນ​ຮັບເຊື່ອ​ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ເຊິ່ງ​ມີ​ບາງຄົນ​ຮັບ​ເອົາ​ໄວ້ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມເຊື່ອ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ດຳລົງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.


ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ​ແລ້ວ. ພວກເຂົາ​ເວົ້າ​ວ່າ​ການເປັນຄືນມາຈາກຕາຍ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ໄດ້​ທຳລາຍ​ຄວາມເຊື່ອ​ຂອງ​ບາງຄົນ​ລົງ.


ພວກເຂົາ​ຈະ​ປິ່ນ​ຫູ​ຂອງ​ພວກເຂົາ​ໜີ​ຈາກ​ຄວາມຈິງ ແລະ ປິ່ນ​ຫູ​ໄປ​ຫາ​ນິຍາຍ​ຕ່າງໆ.


ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka