Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:17
48 Jak'a apnaqawi uñst'ayäwi  

“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ແຕ່​ພຽງ​ອົງ​ດຽວ?


ເພາະວ່າ​ຕັ້ງແຕ່​ການ​ສ້າງ​ໂລກ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ລິດອຳນາດ​ອັນ​ຖາວອນ ແລະ ຄວາມເປັນພຣະເຈົ້າ​ຂອງ​ພຣະອົງ​ພວກເຮົາ​ກໍ​ໄດ້​ເຫັນ​ຢ່າງ​ຊັດເຈນ ແລະ ເຂົ້າໃຈ​ໄດ້​ຈາກ​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ, ດັ່ງນັ້ນ ມະນຸດ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ໂຕ​ໄດ້.


ແລະ ເອົາ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຜູ້​ເປັນ​ອະມະຕະ​ໄປ​ແລກປ່ຽນ​ກັບ​ຮູບເຄົາລົບ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ມະນຸດ​ທີ່​ຕ້ອງ​ຕາຍ, ຕາມ​ແບບ​ຂອງ​ສັດປີກ, ສັດເລືອຄານ ແລະ ສັດ​ຕ່າງໆ.


ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ແດ່​ພຣະເຈົ້າ​ຜູ້​ດຽວ​ຜູ້​ປ່ຽມ​ດ້ວຍ​ສະຕິປັນຍາ​ໄດ້​ຮັບ​ສະຫງ່າລາສີ​ຕະຫລອດໄປ​ເປັນນິດ​ທາງ​ພຣະເຢຊູຄຣິດເຈົ້າ! ອາແມນ.


ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ພຣະບຸດ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້​ທີ່​ພວກເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້, ເປັນ​ບຸດກົກ​ເໜືອ​ສິ່ງ​ທີ່​ສ້າງ​ທັງໝົດ.


ໂດຍ​ຄວາມເຊື່ອ ເພິ່ນ​ຈຶ່ງ​ໄດ້​ອອກຈາກ​ເອຢິບ​ໄປ​ໂດຍ​ບໍ່​ໄດ້​ຢ້ານກົວ​ຕໍ່​ຄວາມໂກດຮ້າຍ​ຂອງ​ກະສັດ, ເພິ່ນ​ອົດທົນ​ບາກບັ່ນ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະເຈົ້າ​ຜູ້​ທີ່​ເບິ່ງ​ບໍ່​ເຫັນ.


ພຣະອົງ​ເຮັດ​ພວກເຂົາ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ໜ້ອຍດຽວ​ເທົ່ານັ້ນ, ພຣະອົງ​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ໃຫ້​ແກ່​ພວກເຂົາ


ຂໍ​ໃຫ້​ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.


ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.


ແລະ ໄດ້​ຮ້ອງ​ບົດເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ບົດເພງ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ອັດສະຈັນ​ຫລາຍ. ຂ້າແດ່​ກະສັດ​ແຫ່ງ​ປະຊາຊາດ​ທັງປວງ, ວິຖີທາງ​ຂອງ​ພຣະອົງ​ກໍ​ຍຸຕິທຳ ແລະ ເປັນ​ຄວາມ​ຈິງ.


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງຮ້ອງ​ຂອງ​ຝູງຊົນ​ໃນ​ສະຫວັນ​ຮ້ອງ​ວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ,


ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ, ເໝືອນ​ສຽງ​ນ້ຳ​ໄຫລ​ແຮງ ແລະ ເໝືອນ​ສຽງ​ຟ້າຮ້ອງ, ຮ້ອງ​ວ່າ: “ຮາເລລູຢາ! ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ນັ້ນ​ປົກຄອງ​ຢູ່.


ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka