Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:13
25 Jak'a apnaqawi uñst'ayäwi  

“ຄົນຮັບໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຕຽມພ້ອມ ແລະ ບໍ່​ເຮັດ​ໃນ​ສິ່ງ​ທີ່​ນາຍ​ຕ້ອງການ​ກໍ​ຈະ​ຕ້ອງ​ຖືກ​ຂ້ຽນຕີ​ຢ່າງ​ໜັກ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,


“ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.


ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.


ໃນ​ຂະນະ​ດຽວ​ກັນ​ນັ້ນ, ໂຊໂລ​ຍັງ​ສືບຕໍ່​ຂົ່ມຂູ່​ວ່າ​ຈະ​ຂ້າ​ພວກສາວົກ​ຂອງ​ອົງພຣະຜູ້ເປັນເຈົ້າ. ໂຊໂລ​ໄດ້​ເຂົ້າ​ພົບ​ມະຫາ​ປະໂລຫິດ


ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.


ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.


ເພາະ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ​ໃນ​ບັນດາ​ອັກຄະສາວົກ ແລະ ບໍ່​ສົມຄວນ​ແມ່ນແຕ່​ຈະ​ໄດ້​ຊື່​ວ່າ​ອັກຄະສາວົກ, ເພາະວ່າ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເພາະວ່າ​ພວກເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ເຖິງ​ວິຖີຊີວິດ​ຂອງ​ເຮົາ​ທີ່​ຜ່ານມາ​ໃນ​ສາສະໜາຢິວ, ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮຸນແຮງ ແລະ ພະຍາຍາມ​ຈະ​ທຳລາຍ​ຄຣິສຕະຈັກ.


ໃນ​ດ້ານ​ຄວາມ​ຮ້ອນຮົນ ເຮົາ​ເຄີຍ​ຂົ່ມເຫັງ​ຄຣິສຕະຈັກ; ໃນ​ດ້ານ​ຄວາມຊອບທຳ​ຕາມ​ກົດບັນຍັດ ເຮົາ​ກໍ​ບໍ່ມີຂໍ້ບົກຜ່ອງ.


ແຕ່​ເປັນຍ້ອນ​ເຫດຜົນ​ນີ້​ເອງ​ຈຶ່ງ​ເມດຕາ​ເຮົາ​ຜູ້​ເປັນ​ຄົນຊົ່ວ​ທີ່ສຸດ​ໃນ​ບັນດາ​ຄົນບາບ, ເພື່ອ​ພຣະຄຣິດເຈົ້າເຢຊູ​ຈະ​ໄດ້​ສະແດງ​ຄວາມອົດທົນ​ອັນ​ມະຫາສານ​ຂອງ​ພຣະອົງ​ໃຫ້​ເປັນ​ຕົວຢ່າງ​ແກ່​ຄົນ​ທັງປວງ​ທີ່​ຈະ​ເຊື່ອ​ໃນ​ພຣະອົງ ແລະ ຮັບເອົາ​ຊີວິດ​ນິລັນດອນ.


ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka