Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 1:11
25 Jak'a apnaqawi uñst'ayäwi  

“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ກົງກັນຂ້າມ ພວກເຂົາ​ໄດ້​ຍອມຮັບ​ວ່າ​ເຮົາ​ໄດ້​ຖືກ​ມອບໝາຍ​ດ້ວຍ​ພາລະກິດ​ຂອງ​ການປະກາດ​ຂ່າວປະເສີດ​ແກ່​ພວກ​ທີ່​ບໍ່ຮັບພິທີຕັດ​ເຊັ່ນດຽວ​ກັບ​ເປໂຕ​ທີ່​ໄດ້​ປະກາດ​ແກ່​ຄົນ​ທີ່​ຮັບ​ພິທີຕັດ.


ເພື່ອ​ພວກເຮົາ​ທີ່​ເປັນ​ຜູ້​ທຳອິດ​ທີ່​ມອບ​ຄວາມຫວັງ​ຂອງ​ພວກເຮົາ​ໄວ້​ໃນ​ພຣະຄຣິດເຈົ້າ, ຈະ​ໄດ້​ສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ເພື່ອ​ເປັນ​ການສັນລະເສີນ​ພຣະຄຸນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ລ້າໆ​ໃນ​ພຣະອົງ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ເພື່ອ​ວ່າ​ໃນ​ຍຸກ​ທີ່​ຈະ​ມາເຖິງ ພຣະອົງ​ຈະ​ໄດ້​ສະແດງ​ຄວາມອຸດົມສົມບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ເຖິງ​ພຣະຄຸນ​ຂອງ​ພຣະອົງ, ເຊິ່ງ​ໄດ້​ສະແດງ​ອອກ​ດ້ວຍ​ຄວາມເມດຕາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ.


ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,


ເຮົາ​ໄດ້​ກາຍ​ເປັນ​ຜູ້ຮັບໃຊ້​ໃນ​ຄຣິສຕະຈັກ​ຕາມ​ພາລະກິດ​ທີ່​ພຣະເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ເຮົາ​ເຮັດ​ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ໃຫ້​ພຣະຄຳ​ຂອງ​ພຣະເຈົ້າ​ປາກົດ​ແຈ້ງ​ຢ່າງ​ຄົບຖ້ວນ​ແກ່​ພວກເຈົ້າ.


ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ເຊິ່ງ​ພຣະເຈົ້າ​ຈະ​ໃຫ້​ການມາ​ປາກົດ​ເປັນ​ໄປ​ໃນ​ເວລາ​ຂອງ​ພຣະອົງ, ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ ແລະ ເປັນ​ຜູ້ຄອບຄອງ​ແຕ່​ພຽງ​ອົງ​ດຽວ, ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ,


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.


ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.


ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka