Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ຢ່າ​ໃຫ້​ພວກເຮົາ​ເປັນ​ເໝືອນ​ຄົນ​ອື່ນໆ​ທີ່​ນອນຫລັບ​ຢູ່, ແຕ່​ພວກເຮົາ​ຈົ່ງ​ຕື່ນຕົວ ແລະ ມີ​ສະຕິ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:6
40 Jak'a apnaqawi uñst'ayäwi  

ແຕ່​ໃນຂະນະ​ທີ່​ທຸກຄົນ​ນອນຫລັບ​ຢູ່​ນັ້ນ​ສັດຕູ​ຂອງ​ລາວ​ກໍ​ມາ ແລະ ຫວ່ານ​ເຂົ້ານົກ​ໃສ່​ທ່າມກາງ​ເຂົ້າຫວີດ​ແລ້ວ​ກໍ​ໜີ​ໄປ.


“ດັ່ງນັ້ນ ຈົ່ງ​ເຝົ້າລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ.


“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ ຫລື ໂມງ​ນັ້ນ.


ເປັນ​ເວລາ​ດົນນານ​ທີ່​ເຈົ້າບ່າວ​ຈະ​ມາ, ພວກເຂົາ​ທັງໝົດ​ຕ່າງ​ກໍ​ເຫງົານອນ ແລະ ຫລັບ​ໄປ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້​ກັບ​ເຮົາ”.


ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນ​ກັນ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່!’”


ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.


ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຊົ່ວໂມງ​ໃດ, ລາວ​ກໍ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ນອນຫລັບ​ຢູ່? ຈົ່ງ​ລຸກຂຶ້ນ ແລະ ອະທິຖານ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.


ຄັ້ງ​ໜຶ່ງ ພວກເຮົາ​ທຸກ​ຄົນ​ກໍ​ເຄີຍ​ດໍາເນີນຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ເຫລົ່ານັ້ນ, ເຊິ່ງ​ເປັນ​ການສະໜອງ​ຕັນຫາ​ຂອງ​ເນື້ອໜັງ​ຂອງ​ພວກເຮົາ ແລະ ປະຕິບັດ​ຕາມ​ຄວາມປາຖະໜາ ແລະ ຕາມ​ຄວາມຄິດ​ຂອງ​ເນື້ອໜັງ​ນັ້ນ. ພວກເຮົາ​ຈຶ່ງ​ສົມຄວນ​ໄດ້ຮັບ​ຄວາມໂກດຮ້າຍ​ເໝືອນ​ກັບ​ຄົນ​ອື່ນ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານ​ໃນ​ທຸກ​ໂອກາດ​ດ້ວຍ​ການອະທິຖານ ແລະ ການ​ຮ້ອງຂໍ​ທຸກ​ຮູບແບບ. ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້, ຈົ່ງ​ເຝົ້າລະວັງ​ໃນ​ການອະທິຖານ​ເພື່ອ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ສະເໝີ.


ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.


ຈົ່ງ​ອຸທິດຕົນ​ໃນ​ການອະທິຖານ, ຈົ່ງ​ເຝົ້າລະວັງ ແລະ ໂມທະນາ​ຂອບພຣະຄຸນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຈັກ​ຄວາມຈິງ​ກ່ຽວກັບ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ໂສກເສົ້າເສຍໃຈ​ເໝືອນ​ຄົນ​ອື່ນໆ​ຜູ້​ທີ່​ບໍ່​ມີ​ຄວາມຫວັງ.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ແຕ່​ເພາະ​ພວກເຮົາ​ເປັນ​ຂອງ​ກາງເວັນ ພວກເຮົາ​ຈົ່ງ​ມີ​ສະຕິ​ຢູ່, ສວມ​ຄວາມເຊື່ອ ແລະ ຄວາມຮັກ​ເປັນ​ເສື້ອເກາະປ້ອງກັນເອິກ​ໄວ້, ມີ​ຄວາມຫວັງ​ໃນ​ຄວາມພົ້ນ​ເປັນ​ໝວກເກາະ.


ແຕ່​ແມ່ຍິງ​ກໍ​ຈະ​ພົ້ນ​ໄດ້​ໂດຍ​ການເກີດລູກ ຖ້າ​ພວກເຂົາ​ຫາກ​ຍັງ​ດຳເນີນ​ຢູ່​ໃນ​ຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດ​ດ້ວຍ​ຄວາມເໝາະສົມ.


ເຮົາ​ຍັງ​ຢາກ​ໃຫ້​ແມ່ຍິງ​ແຕ່ງໂຕ​ສຸພາບ, ດ້ວຍ​ຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່​ແມ່ນ​ປະດັບ​ຕົນເອງ​ດ້ວຍ​ຊົງຜົມ​ທີ່​ປານີດ ຫລື ດ້ວຍ​ຄຳ ຫລື ດ້ວຍ​ໄຂ່ມຸກ ຫລື ດ້ວຍ​ເຄື່ອງນຸ່ງ​ລາຄາ​ແພງ,


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,


ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ພຣະຄຸນ​ນີ້​ສອນ​ພວກເຮົາ​ກ່າວ​ປະຕິເສດ​ຕໍ່​ຄວາມອະທຳ ແລະ ຕັນຫາ​ຝ່າຍໂລກ ແລະ ສອນ​ພວກເຮົາ​ໃຫ້​ດຳເນີນຊີວິດ​ໃນ​ຍຸກ​ນີ້​ເໝືອນ​ຄົນ​ທີ່​ຮູ້ຈັກ​ຄວບຄຸມຕົນເອງ, ເປັນ​ຄົນ​ຍຸຕິທຳ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ.


ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.


ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ຈົ່ງ​ຕື່ນ​ຂຶ້ນ! ເສີມກຳລັງ​ສ່ວນ​ທີ່​ເຫລືອ​ຢູ່ ແລະ ສ່ວນ​ທີ່​ກຳລັງ​ຈະ​ຕາຍ​ນັ້ນ, ເພາະ​ເຮົາ​ພົບ​ວ່າ​ການກະທຳ​ຂອງ​ເຈົ້າ​ບໍ່​ສຳເລັດ​ໃນ​ສາຍຕາ​ພຣະເຈົ້າ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka