Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ບໍ່​ໄດ້​ຢູ່​ໃນ​ຄວາມມືດ, ດັ່ງນັ້ນ ວັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ປະຫລາດໃຈ​ເໝືອນດັ່ງ​ຂະໂມຍ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່ໄດ້​ຢູ່​ໃນ​ຄວາມມືດ​ແລ້ວ ແລະ​ວັນ​ນັ້ນ​ຄົງ​ຈະ​ບໍ່​ມາ​ຫລອນ​ໃສ່​ພວກເຈົ້າ​ດັ່ງ​ຂະໂມຍ​ມາ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:4
17 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


ເພາະ​ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.


ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຂຽນ​ຄຳສັ່ງ​ໃໝ່​ເຖິງ​ພວກເຈົ້າ, ພວກເຈົ້າ​ກໍ​ໄດ້​ເຫັນ​ຄຳສັ່ງ​ນີ້​ເປັນຈິງ​ໃນ​ພຣະອົງ ແລະ ໃນ​ພວກເຈົ້າ, ເພາະວ່າ​ຄວາມມືດ​ກຳລັງ​ຜ່ານພົ້ນໄປ ແລະ ຄວາມສະຫວ່າງ​ແທ້​ນັ້ນ​ກໍ​ກຳລັງ​ສ່ອງສະຫວ່າງ​ຢູ່​ແລ້ວ.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka