Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:27 - ພຣະຄຳພີລາວສະບັບສະໄໝໃໝ່

27 ເຮົາ​ຂໍຮ້ອງ​ພວກເຈົ້າ​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ອ່ານ​ຈົດໝາຍ​ນີ້​ໃຫ້​ພີ່ນ້ອງ​ທຸກຄົນ​ຟັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

27 ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:27
19 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ຊາວຢິວ​ບາງຄົນ​ທີ່​ທຽວ​ໄປ​ຕາມ​ບ່ອນ​ຕ່າງໆ​ແລ້ວ​ຂັບໄລ່​ວິນຍານຊົ່ວຮ້າຍ​ກໍ​ພະຍາຍາມ​ໃຊ້​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກັບ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ພວກເຂົາ​ຈະ​ສັ່ງ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ໂປໂລ​ປະກາດ, ເຮົາ​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ”.


ຫລັງຈາກ​ໄດ້​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ໃຫ້​ສັງເກດ​ວ່າ​ມີ​ການອ່ານ​ຈົດໝາຍ​ນີ້​ໃນ​ຄຣິສຕະຈັກ​ທີ່​ຢູ່​ເມືອງ​ລາວດີເກອາ​ເໝືອນກັນ ແລະ ຂະນະ​ດຽວ​ກັນ​ກໍ​ຂໍ​ໃຫ້​ພວກເຈົ້າ​ຮັບ​ຈົດໝາຍ​ຈາກ​ເມືອງ​ລາວດີເກອາ​ມາ​ອ່ານ​ເໝືອນກັນ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.


ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,


ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ


ເຮົາ​ຮຽກຮ້ອງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ທີ່​ໄດ້​ເລືອກ​ໄວ້, ໃຫ້​ຢຶດຖື​ຄຳແນະນຳ​ເຫລົ່ານີ້​ໂດຍ​ບໍ່​ລຳອຽງ ແລະ ຢ່າ​ເຮັດ​ສິ່ງໃດ​ດ້ວຍ​ຄວາມລໍາອຽງ.


ຈົ່ງ​ສັ່ງສອນ​ຄົນ​ທັງຫລາຍ​ເຖິງ​ສິ່ງ​ເຫລົ່ານີ້​ດ້ວຍ, ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ຖືກ​ຕຳໜິ​ໄດ້.


ໃນ​ຕໍ່ໜ້າ​ພຣະເຈົ້າ ຜູ້​ໃຫ້​ຊີວິດ​ແກ່​ທຸກສິ່ງ ແລະ ຕໍ່ໜ້າ​ພຣະຄຣິດເຈົ້າເຢຊູ ຜູ້​ປະກາດ​ຄວາມເຊື່ອ​ຢ່າງ​ໜັກແໜ້ນ​ຂະນະ​ທີ່​ເປັນພະຍານ​ຕໍ່​ປົນທຽວ​ປີລາດ, ເຮົາ​ຮຽກຮ້ອງ​ເຈົ້າ


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ:


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka