25 ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍ.
25 ພີ່ນ້ອງທັງຫລາຍເອີຍ, ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ.
ພີ່ນ້ອງທັງຫລາຍເອີຍ ໂດຍເຫັນແກ່ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ໂດຍເຫັນແກ່ຄວາມຮັກຈາກພຣະວິນຍານບໍລິສຸດເຈົ້າ ເຮົາຂໍໃຫ້ພວກເຈົ້າຮ່ວມໃນການຕໍ່ສູ້ຂອງເຮົາດ້ວຍການອະທິຖານຕໍ່ພຣະເຈົ້າເພື່ອເຮົາ.
ເຊັ່ນດຽວກັບທີ່ພວກເຈົ້າຊ່ວຍພວກເຮົາໂດຍຄຳອະທິຖານຂອງພວກເຈົ້າ. ແລ້ວຄົນທັງຫລາຍກໍຈະຂອບພຣະຄຸນພຣະເຈົ້າເພາະພວກເຮົາສຳລັບຄວາມກະລຸນາທີ່ພວກເຮົາໄດ້ຮັບ ເຊິ່ງເປັນການຕອບຄຳອະທິຖານຂອງຄົນທັງຫລາຍ.
ເພາະເຮົາຮູ້ວ່າຜ່ານທາງຄຳອະທິຖານຂອງພວກເຈົ້າ ແລະ ການຈັດຕຽມຂອງພຣະເຈົ້າໂດຍພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງທີ່ເກີດຂຶ້ນກັບເຮົາຈະເປັນການປົດປ່ອຍເຮົາໃຫ້ລອດພົ້ນ.
ແລະ ຈົ່ງອະທິຖານເພື່ອພວກເຮົາດ້ວຍ ຂໍໃຫ້ພຣະເຈົ້າເປີດປະຕູສຳລັບຂໍ້ຄວາມຂອງພວກເຮົາ ເພື່ອພວກເຮົາຈະໄດ້ປະກາດຂໍ້ເລິກລັບຂອງພຣະຄຣິດເຈົ້າ, ການທີ່ເຮົາຖືກຈໍາຈອງຢູ່ກໍເພາະເລື່ອງນີ້ແຫລະ.
ອີກຢ່າງໜຶ່ງກໍຄື: ຂໍໃຫ້ຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າຈະໄດ້ກັບມາຫາເຈົ້າອີກຕາມຄຳອະທິຖານຂອງເຈົ້າ.