22 ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.
22 ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ.
ຢ່າເຮັດຊົ່ວຕອບແທນຄົນທີ່ເຮັດຊົ່ວ ຈົ່ງເອົາໃຈໃສ່ເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າຖືກຕ້ອງ.
ເຫດສະນັ້ນ, ຖ້າສິ່ງທີ່ເຮົາກິນເປັນຕົ້ນເຫດໃຫ້ພີ່ນ້ອງຕ້ອງລົ້ມລົງໃນຄວາມບາບ, ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ, ເພື່ອວ່າເຮົາຈະບໍ່ເປັນເຫດໃຫ້ພວກເຂົາລົ້ມລົງ.
ພວກເຮົາບໍ່ເຮັດໃຫ້ທາງເດີນຂອງຜູ້ໃດຊູນສະດຸດ, ເພື່ອວ່າພັນທະກິດຂອງພວກເຮົາຈະບໍ່ຂາດຄວາມເຊື່ອຖື.
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ສິ່ງໃດກໍຕາມທີ່ເປັນຄວາມຈິງ, ສິ່ງໃດທີ່ສູງສົ່ງ, ສິ່ງໃດທີ່ຖືກຕ້ອງ, ສິ່ງໃດທີ່ບໍລິສຸດ, ສິ່ງໃດທີ່ໜ້າຮັກ, ສິ່ງໃດທີ່ໜ້າຊົມເຊີຍ ຖ້າມີສິ່ງໃດດີເລີດ ຫລື ຄວນຍ້ອງຍໍ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ.
ເພື່ອວ່າການດຳເນີນຊີວິດປະຈຳວັນຂອງພວກເຈົ້າຈະເປັນທີ່ນັບຖືຂອງຄົນພາຍນອກ ແລະ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເພິ່ງພາຄົນອື່ນ.
ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
ຂໍໃຫ້ພຣະເຈົ້າເອງຜູ້ເປັນພຣະເຈົ້າແຫ່ງສັນຕິສຸກຊຳລະພວກເຈົ້າໃຫ້ບໍລິສຸດໃນທຸກດ້ານ. ຂໍໃຫ້ທັງວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຈົ້າບໍ່ມີຕຳໜິໃນວັນທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາ.
ຈົ່ງຊ່ວຍຄົນອື່ນໃຫ້ພົ້ນໂດຍການດຶງພວກເຂົາອອກມາຈາກໄຟ, ຈົ່ງສະແດງຄວາມເມດຕາແກ່ຄົນອື່ນ ແຕ່ຈົ່ງຢ້ານຄື ຈົ່ງກຽດຊັງແມ່ນແຕ່ເສື້ອຜ້າທີ່ເປື້ອນເປິດ້ວຍລາຄະຕັນຫາຂອງເນື້ອໜັງ.