21 ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
21 ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີ ຈົ່ງຢຶດຖືໄວ້ໃຫ້ໝັ້ນ
“ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ຕັດສິນເອງວ່າສິ່ງໃດຖືກຕ້ອງ?
ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະ ເຮົາເຂົ້າສະໜິດຢູ່ໃນພວກເຈົ້າ. ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ, ພວກເຈົ້າທັງຫລາຍກໍຈະເກີດຜົນເອງບໍ່ໄດ້ ນອກຈາກຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.
ພຣະເຢຊູເຈົ້າກ່າວຕໍ່ພວກຢິວທີ່ໄດ້ເຊື່ອໃນພຣະອົງວ່າ, “ຖ້າພວກເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ໃນຄຳສັ່ງສອນຂອງເຮົາ ພວກເຈົ້າກໍເປັນສາວົກແທ້ຂອງເຮົາ.
ເມື່ອບາຣະນາບາໄດ້ມາຮອດ ແລະ ໄດ້ເຫັນສິ່ງທີ່ເກີດຂຶ້ນໂດຍພຣະຄຸນຂອງພຣະເຈົ້າ, ເພິ່ນກໍດີໃຈ ແລະ ໜູນໃຈພວກເຂົາທຸກຄົນໃຫ້ສືບຕໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຂົາ.
ເພື່ອໜູນໃຈພວກສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະ ໄດ້ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງໃນຄວາມເຊື່ອ. ພວກເຂົາກ່າວວ່າ, “ພວກເຮົາຕ້ອງຜ່ານຜ່າຄວາມທຸກຍາກລຳບາກຫລາຍຢ່າງເພື່ອຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”.
ຄົນຢິວໃນເມືອງເບເຣຍມີຈິດໃຈດີງາມກວ່າຊາວເທສະໂລນິກ ເພາະພວກເຂົາໄດ້ຮັບຟັງຖ້ອຍຄຳດ້ວຍຄວາມກະຕືລືລົ້ນ ແລະ ສຶກສາພຣະຄຳພີທຸກວັນ ເພື່ອກວດເບິ່ງວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງ.
ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ.
ດ້ວຍວ່າ ຜູ້ໃດນໍຈະຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ໃນມະນຸດຜູ້ນັ້ນ? ໃນວິທີດຽວກັນ ບໍ່ມີຜູ້ໃດຮູ້ຄວາມຄິດຂອງພຣະເຈົ້າໄດ້ ນອກຈາກພຣະວິນຍານຂອງພຣະເຈົ້າ.
ເຫດສະນັ້ນ, ເມື່ອພວກເຮົາມີໂອກາດ ໃຫ້ພວກເຮົາເຮັດດີຕໍ່ທຸກຄົນ ໂດຍສະເພາະຕໍ່ຄົນທີ່ຢູ່ໃນຄອບຄົວແຫ່ງຄວາມເຊື່ອ.
ແລະ ຈົ່ງພິສູດວ່າອັນໃດເປັນທີ່ອົງພຣະຜູ້ເປັນເຈົ້າພໍໃຈ.
ເພື່ອວ່າພວກເຈົ້າທັງຫລາຍຈະສາມາດທົດສອບໄດ້ວ່າສິ່ງໃດດີທີ່ສຸດ ແລະ ເພື່ອພວກເຈົ້າຈະໄດ້ບໍລິສຸດ ແລະ ບໍ່ມີຕຳໜິສຳລັບວັນຂອງພຣະຄຣິດເຈົ້າ,
ຂໍພຽງແຕ່ໃຫ້ພວກເຮົາດຳເນີນຊີວິດໃຫ້ສົມກັບສິ່ງທີ່ພວກເຮົາໄດ້ຮັບມາແລ້ວ.
ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ສິ່ງໃດກໍຕາມທີ່ເປັນຄວາມຈິງ, ສິ່ງໃດທີ່ສູງສົ່ງ, ສິ່ງໃດທີ່ຖືກຕ້ອງ, ສິ່ງໃດທີ່ບໍລິສຸດ, ສິ່ງໃດທີ່ໜ້າຮັກ, ສິ່ງໃດທີ່ໜ້າຊົມເຊີຍ ຖ້າມີສິ່ງໃດດີເລີດ ຫລື ຄວນຍ້ອງຍໍ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ.
ຢ່າໃຫ້ມີຜູ້ໃດເຮັດຊົ່ວຕອບແທນການຊົ່ວ, ແຕ່ຈົ່ງພະຍາຍາມເຮັດດີຕໍ່ກັນແລະກັນ ແລະ ເຮັດດີຕໍ່ທຸກຄົນສະເໝີ.
ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.
ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງ ແລະ ຢຶດໝັ້ນໃນຄຳສັ່ງສອນ ທີ່ພວກເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້າ ບໍ່ວ່າໂດຍທາງຄຳເວົ້າຈາກປາກຂອງພວກເຮົາ ຫລື ໂດຍທາງຈົດໝາຍ.
ເຈົ້າກໍຮູ້ວ່າ ທຸກຄົນໃນແຂວງເອເຊຍກໍໄດ້ປະຖິ້ມເຮົາ ລວມທັງຟູເຄໂລ ແລະ ເຮຣະໂມເກນ.
ພວກເຂົາເປັນຄົນທີ່ມັກຈອບເຂົ້າໄປຕາມເຮືອນຕ່າງໆ ແລະ ໄດ້ຄວບຄຸມບັນດາແມ່ຍິງທີ່ເບົາປັນຍາ, ຜູ້ທີ່ເຕັມໄປດ້ວຍຄວາມບາບ ແລະ ຄອບງຳດ້ວຍຕັນຫາຊົ່ວທຸກຊະນິດ,
ອາເລັກຊັນເດີ ຊ່າງທອງແດງໄດ້ເຮັດໃຫ້ເຮົາໄດ້ຮັບອັນຕະລາຍຢ່າງຫລວງຫລາຍ. ອົງພຣະຜູ້ເປັນເຈົ້າຈະຕອບແທນໃນສິ່ງທີ່ລາວໄດ້ເຮັດ.
ໃຫ້ພວກເຮົາຢຶດໝັ້ນຢ່າງບໍ່ຫວັ່ນໄຫວໃນຄວາມຫວັງທີ່ພວກເຮົາໄດ້ປະກາດຮັບໄວ້, ເພາະພຣະອົງຜູ້ສັນຍານັ້ນສັດຊື່.
ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າເຊື່ອໝົດທຸກວິນຍານ ແຕ່ຈົ່ງທົດສອບເບິ່ງວ່າວິນຍານນັ້ນມາຈາກພຣະເຈົ້າ ຫລື ບໍ່, ເພາະມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.
ເຮົາຮູ້ຈັກການກະທຳຂອງເຈົ້າ, ພາລະກິດອັນຍາກລຳບາກຂອງເຈົ້າ ແລະ ຄວາມອົດທົນຂອງເຈົ້າ. ເຮົາຮູ້ວ່າເຈົ້າບໍ່ສາມາດທົນທານຕໍ່ຄົນຊົ່ວຮ້າຍໄດ້, ເຈົ້າໄດ້ທົດລອງບັນດາຜູ້ທີ່ອ້າງຕົນວ່າເປັນອັກຄະສາວົກແຕ່ບໍ່ໄດ້ເປັນ ແລະ ເຈົ້າກໍພົບໄດ້ວ່າພວກເຂົາຕົວະ.
ນອກຈາກວ່າພວກເຈົ້າຈະຢຶດໝັ້ນໃນສິ່ງທີ່ພວກເຈົ້າມີຢູ່ຈົນກວ່າເຮົາຈະມາ’.
ເຮົາຈະມາໃນໄວໆນີ້. ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ ເພື່ອວ່າຈະບໍ່ມີຜູ້ໃດຍາດເອົາມົງກຸດຂອງເຈົ້າໄປໄດ້.
ເຫດສະນັ້ນ ຈົ່ງລະນຶກເຖິງສິ່ງທີ່ເຈົ້າໄດ້ຮັບໄວ້ ແລະ ໄດ້ຍິນ, ຈົ່ງຢຶດຖືສິ່ງນັ້ນໄວ້ ແລະ ກັບໃຈໃໝ່. ແຕ່ຖ້າພວກເຈົ້າບໍ່ຕື່ນຂຶ້ນ, ເຮົາຈະມາເໝືອນດັ່ງຂະໂມຍ ແລະ ພວກເຈົ້າກໍຈະບໍ່ຮູ້ວ່າເຮົາຈະມາຫາເຈົ້າເວລາໃດ.