Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ຢ່າ​ປະໝາດ​ຄຳ​ເຜີຍ​ພຣະຄຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ຢ່າ​ປະໝາດ​ຄຳທຳນວາຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:20
20 Jak'a apnaqawi uñst'ayäwi  

ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.


ຜູ້ຊາຍ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ມີ​ຜ້າປົກຫົວ​ຢູ່ ກໍ​ເຮັດ​ໃຫ້​ຫົວ​ຂອງ​ຕົນ​ເສຍ​ກຽດ,


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.


ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


ເພາະ​ພວກເຮົາ​ຮູ້​ພຽງ​ແຕ່​ບາງສ່ວນ ແລະ ພວກເຮົາ​ກໍ​ເຜີຍ​ພຣະຄຳ​ພຽງ​ແຕ່​ບາງສ່ວນ,


ຈົ່ງ​ດໍາເນີນ​ໃນ​ວິຖີທາງ​ແຫ່ງ​ຄວາມຮັກ ແລະ ສະແຫວງຫາ​ຂອງປະທານ​ຝ່າຍ​ພຣະວິນຍານ​ຢ່າງ​ກະຕືລືລົ້ນ ໂດຍ​ສະເພາະ​ຄຳ​ທຳນວາຍ.


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka