19 ຢ່າຫັກຫ້າມພຣະວິນຍານ,
“ພວກເຈົ້າເປັນຄົນຫົວແຂງ! ໃຈ ແລະ ຫູຂອງພວກເຈົ້າຍັງບໍ່ໄດ້ຮັບພິທີຕັດ. ພວກເຈົ້າກໍເປັນເໝືອນບັນພະບຸລຸດຂອງພວກເຈົ້າຄື: ພວກເຈົ້າທັງຫລາຍຕໍ່ຕ້ານພຣະວິນຍານບໍລິສຸດເຈົ້າຢູ່ສະເໝີ!
ແລະ ຖ້າມີການເປີດເຜີຍມາເຖິງບາງຄົນຜູ້ທີ່ກຳລັງນັ່ງຢູ່, ໃຫ້ຜູ້ທີ່ກ່າວຄົນທຳອິດນັ້ນຢຸດຢູ່.
ແລະ ຢ່າເຮັດໃຫ້ພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເສຍໃຈ ເພາະໂດຍພຣະວິນຍານນັ້ນພວກເຈົ້າໄດ້ຖືກປະທັບຕາໝາຍແລ້ວສຳລັບວັນແຫ່ງການໄຖ່ໃຫ້ພົ້ນ.
ນອກຈາກທີ່ກ່າວມາທັງໝົດນີ້ແລ້ວ ຈົ່ງຢຶດເອົາກຳບັງແຫ່ງຄວາມເຊື່ອ ດ້ວຍກຳບັງນັ້ນພວກເຈົ້າຈຶ່ງສາມາດດັບລູກສອນໄຟທັງໝົດຂອງມານຮ້າຍໄດ້.
ຢ່າປະໝາດຄຳເຜີຍພຣະຄຳ.
ຢ່າລະເລີຍຕໍ່ຂອງປະທານຂອງເຈົ້າ ເຊິ່ງມອບໃຫ້ແກ່ເຈົ້າຜ່ານຄຳທຳນວາຍເມື່ອຄະນະຜູ້ປົກຄອງໄດ້ວາງມືຂອງພວກເພິ່ນລົງໃສ່ເຈົ້າ.
ດ້ວຍເຫດນີ້ ເຮົາຈຶ່ງຂໍເຕືອນເຈົ້າວ່າຈົ່ງເຮັດໃຫ້ຂອງປະທານຂອງພຣະເຈົ້າທີ່ມີຢູ່ໃນເຈົ້າຜ່ານທາງການວາງມືຂອງເຮົານັ້ນຈະເລີນຮຸ່ງເຮືອງຫລາຍຂຶ້ນ.