16 ຈົ່ງຊົມຊື່ນຍິນດີຢູ່ສະເໝີ,
ຈົ່ງຊື່ນຊົມຍິນດີ ແລະ ຈົ່ງຍິນດີ, ເພາະບຳເໜັດອັນຍິ່ງໃຫຍ່ຂອງພວກເຈົ້າຢູ່ໃນສະຫວັນ, ເພາະບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກພວກເຂົາຂົ່ມເຫັງຢ່າງດຽວກັນນີ້.
ແຕ່ຢ່າຍິນດີທີ່ວິນຍານຕ່າງໆຍອມຟັງພວກເຈົ້າ, ແຕ່ຈົ່ງຍິນດີ ເພາະຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ”.
ພວກເຂົາຕອບວ່າ, “ນາຍເອີຍ, ຂໍໃຫ້ອາຫານນີ້ໃຫ້ແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ”.
ຈົ່ງຊື່ນຊົມຍິນດີໃນຄວາມຫວັງ ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງສັດຊື່ໃນການອະທິຖານ.
ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ.
ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ. ເຮົາຂໍຢ້ຳອີກວ່າ: ຈົ່ງຊື່ນຊົມຍິນດີ!