Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຈົ່ງ​ຮັກ ແລະ ເຄົາລົບ​ພວກເພິ່ນ​ເຫລົ່ານັ້ນ​ຢ່າງ​ສູງ​ເພາະ​ການງານ​ທີ່​ພວກເພິ່ນ​ໄດ້​ເຮັດ. ຈົ່ງ​ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:13
21 Jak'a apnaqawi uñst'ayäwi  

“ຜູ້ໃດ​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


“ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.


ນີ້​ແມ່ນ​ຄຳສັ່ງ​ຂອງ​ເຮົາ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.


ແລະ ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ເຮົາ​ເປັນ​ການ​ທົດລອງ​ສຳລັບ​ພວກເຈົ້າ, ພວກເຈົ້າ​ກໍ​ບໍ່​ໄດ້​ດູຖູກ ຫລື ເຢາະເຢີ້ຍ​ເຮົາ​ເລີຍ. ແຕ່​ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ເໝືອນ​ວ່າ​ເຮົາ​ເປັນ​ເທວະດາ​ຂອງ​ພຣະເຈົ້າ, ເໝືອນ​ວ່າ​ເຮົາ​ເປັນ​ອົງ​ພຣະຄຣິດເຈົ້າເຢຊູ​ເອງ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.


ຈົ່ງ​ພຽນ​ພະຍາຍາມ​ຮັກສາ​ຄວາມ​ເປັນ​ນ້ຳໜຶ່ງໃຈດຽວກັນ​ໃນ​ພຣະວິນຍານ​ໂດຍ​ມີ​ສັນຕິສຸກ​ເປັນ​ເຄື່ອງ​ຜູກມັດ.


ຈົ່ງ​ໃຫ້​ສັນຕິສຸກ​ຂອງ​ພຣະຄຣິດເຈົ້າ​ປົກຄອງ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເພາະ​ພຣະເຈົ້າ​ເອີ້ນ​ພວກເຈົ້າ​ມາ​ເປັນ​ອະໄວຍະວະ​ຂອງ​ກາຍ​ດຽວ​ກັນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ນີ້ ແລະ ຈົ່ງ​ມີ​ໃຈ​ຂອບພຣະຄຸນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຈົ່ງ​ໜີ​ຈາກ​ລາຄະຕັນຫາ​ຂອງ​ຄົນໜຸ່ມ ແລະ ຈົ່ງ​ຕິດຕາມ​ຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ຮ້ອງຫາ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ໃຈ​ບໍລິສຸດ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.


ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka