Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:5
17 Jak'a apnaqawi uñst'ayäwi  

ເພາະ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.


ເພາະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ທົ່ວ​ໂລກ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້.


ເພາະ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ທົ່ວ ແລະ ໄດ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພວກທ່ານ​ນະມັດສະການ, ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ມີ​ຄຳຈາລຶກ​ໄວ້​ວ່າ: ‘ແດ່​ພຣະເຈົ້າ​ທີ່​ບໍ່​ຮູ້ຈັກ’. ເພາະ​ພວກທ່ານ​ບໍ່​ວ່າ​ພວກທ່ານ​ນະມັດສະການ​ຫຍັງ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ປະກາດ​ແກ່​ພວກທ່ານ.


ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ເຮັດ​ບາບ​ທາງເພດ​ຕາມ​ຕັນຫາ​ຊົ່ວ​ໃນ​ໃຈ​ຂອງ​ພວກເຂົາ ເຮັດ​ສິ່ງ​ທີ່​ໜ້າອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.


ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ.


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ໃນ​ເມື່ອ​ກ່ອນ ພວກເຈົ້າ​ຍັງ​ບໍ່​ຮູ້​ຈັກ​ພຣະເຈົ້າ, ພວກເຈົ້າ​ໄດ້​ເປັນ​ຂ້າທາດ​ຂອງ​ບັນດາ​ຜູ້​ທີ່​ໂດຍ​ທຳມະດາ​ແລ້ວ​ບໍ່ແມ່ນ​ພະ​ທັງຫລາຍ​ເລີຍ.


ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka