Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ຫລັງຈາກນັ້ນ, ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ ແລະ ຜູ້​ທີ່​ຍັງ​ເຫລືອ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ເຫລົ່ານັ້ນ ເພື່ອ​ພົບ​ກັບ​ອົງພຣະຜູ້ເປັນເຈົ້າ​ໃນ​ຟ້າ​ອາກາດ ແລະ ເພື່ອ​ວ່າ​ພວກເຮົາ​ຈະ​ຢູ່​ກັບ​ອົງພຣະຜູ້ເປັນເຈົ້າ​ຕະຫລອດໄປ​ເປັນນິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:17
33 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.


ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.


ເມື່ອ​ພວກເພິ່ນ​ຂຶ້ນ​ຈາກ​ນ້ຳ​ແລ້ວ, ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຮັບ​ເອົາ​ຟີລິບ​ໄປ​ທັນທີ ແລະ ຂ້າລາຊະການ​ຄົນ​ນັ້ນ​ກໍ​ບໍ່​ເຫັນ​ຟີລິບ​ອີກ​ເລີຍ, ແຕ່​ເດີນທາງ​ຕໍ່ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.


ໃນ​ຊົ່ວ​ຂະນະ​ດຽວ, ໃນ​ຊົ່ວ​ພັບ​ຕາ​ດຽວ ເມື່ອ​ເປົ່າ​ແກ​ເທື່ອສຸດທ້າຍ. ເພາະ​ສຽງແກ​ຈະ​ດັງ​ຂຶ້ນ ຄົນຕາຍ​ຈະ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ແບບ​ບໍ່​ເປື່ອຍເນົ່າ ແລະ ພວກເຮົາ​ຈະ​ໄດ້​ຮັບ​ການປ່ຽນແປງ.


ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ພວກເຮົາ​ຂໍ​ບອກ​ພວກເຈົ້າ​ຕາມ​ຖ້ອຍຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ, ຜູ້​ທີ່​ຍັງ​ຫລືອ​ຢູ່​ຈົນ​ເຖິງ​ການ​ກັບ​ມາ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຈະ​ບໍ່​ລ່ວງໜ້າ​ໄປ​ກ່ອນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ຢ່າງ​ແນ່ນອນ.


ເຫດສະນັ້ນ ຈົ່ງ​ໃຫ້​ໜູນໃຈ​ເຊິ່ງກັນແລະກັນ​ດ້ວຍ​ຂໍ້ຄວາມ​ເຫລົ່ານີ້.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ແຕ່​ດ້ວຍ​ການຢຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ ພວກເຮົາ​ກຳລັງ​ຄອຍຖ້າ​ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່ ເຊິ່ງ​ເປັນ​ທີ່ສະຖິດ​ຂອງ​ຄວາມຊອບທຳ.


“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.


ແລ້ວ​ພວກເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້”. ແລ້ວ​ພະຍານ​ທັງ​ສອງ​ນັ້ນ​ກໍ​ຂຶ້ນ​ໄປ​ໃນ​ເມກ​ສູ່​ສະຫວັນ ຂະນະ​ທີ່​ສັດຕູ​ທັງຫລາຍ​ຂອງ​ພວກເພິ່ນ​ເບິ່ງ​ຢູ່.


ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka