Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:11
23 Jak'a apnaqawi uñst'ayäwi  

ປຽບເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ຈາກ​ເຮືອນ​ຂອງ​ຕົນ​ໄປ ແລະ ໄດ້​ແຕ່ງຕັ້ງ​ໃຫ້​ຄົນຮັບໃຊ້​ຮັບຜິດຊອບ​ໜ້າທີ່​ຕ່າງໆ​ຕາມ​ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ ແລະ ບອກ​ຄົນເຝົ້າປະຕູ​ໃຫ້​ເຝົ້າລະວັງ​ໄວ້​ໃຫ້​ດີ.


ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.


ທຸກສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ຂ້າພະເຈົ້າ​ກໍ​ສະແດງ​ໃຫ້​ພວກທ່ານ​ເຫັນ​ແລ້ວ​ວ່າ​ພວກເຮົາ​ຕ້ອງ​ຊ່ວຍ​ຄົນ​ທີ່​ອ່ອນແອ ດ້ວຍ​ການ​ເຮັດ​ວຽກ​ໜັກ, ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເອງ​ໄດ້​ກ່າວ​ໄວ້​ໃຫ້​ດີ​ວ່າ, ‘ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ’”.


ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ.


ເຮົາ​ປາຖະໜາ​ສະເໝີ​ວ່າ​ຈະ​ປະກາດ​ຂ່າວປະເສີດ​ໃນ​ບ່ອນ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ພຣະຄຣິດເຈົ້າ ເພື່ອວ່າ​ເຮົາ​ຈະ​ໄດ້​ບໍ່​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້


ພວກເຮົາ​ເຮັດ​ວຽກ​ໜັກ​ດ້ວຍ​ມື​ຂອງ​ພວກເຮົາ​ເອງ. ເມື່ອ​ພວກເຮົາ​ຖືກ​ປ້ອຍດ່າ, ພວກເຮົາ​ກໍ​ອວຍພອນ; ເມື່ອ​ພວກເຮົາ​ຖືກ​ຂົ່ມເຫັງ, ພວກເຮົາ​ກໍ​ອົດທົນ​ເອົາ,


ດັ່ງນັ້ນ, ພວກເຮົາ​ຈຶ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ພຣະອົງ​ພໍໃຈ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ທີ່​ບ້ານ​ໃນ​ຮ່າງກາຍ​ນີ້ ຫລື ພົ້ນ​ຈາກ​ຮ່າງກາຍ​ນີ້​ໄປ.


ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.


ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.


ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka