1 ເທສະໂລນິກ 4:1 - ພຣະຄຳພີລາວສະບັບສະໄໝໃໝ່1 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາໄດ້ສັ່ງສອນພວກເຈົ້າແລ້ວວ່າຈະດຳເນີນຊີວິດຢ່າງໃດເພື່ອໃຫ້ພຣະເຈົ້າພໍໃຈ ຕາມຄວາມເປັນຈິງພວກເຈົ້າກໍເຮັດເຊັ່ນນັ້ນຢູ່ແລ້ວ. ບັດນີ້ ພວກເຮົາຂໍຮ້ອງພວກເຈົ້າ ແລະ ຊັກຊວນພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໃຫ້ເຮັດສິ່ງນີ້ຫລາຍກວ່າເກົ່າອີກ Uka jalj uñjjattʼätaພຣະຄຳພີສັກສິ1 ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ພວກເຮົາວອນຂໍ ແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຮູ້ຈາກເຮົາແລ້ວວ່າ ຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ພໍພຣະໄທພຣະເຈົ້າ ເໝືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າອີກ. Uka jalj uñjjattʼäta |
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ