Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 3:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໃນ​ຄວາມເປັນຈິງ​ແລ້ວ, ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ວ່າ​ພວກເຮົາ​ຈະ​ຖືກ​ກົດຂີ່ຂົ່ມເຫັງ ແລ້ວ​ກໍ​ເປັນ​ຈິງ​ຕາມ​ນັ້ນ​ດັ່ງ​ທີ່​ພວກເຈົ້າ​ຮູ້​ດີ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ດ້ວຍວ່າ, ໃນ​ລະຫວ່າງ​ທີ່​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ບອກ​ພວກເຈົ້າ​ລ່ວງໜ້າ​ໄວ້​ແລ້ວ​ວ່າ ພວກເຮົາ​ຈະ​ຖືກ​ຂົ່ມເຫັງ ແລະ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 3:4
12 Jak'a apnaqawi uñst'ayäwi  

ເບິ່ງ​ແມ ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.


ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.


ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,


ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.


ພວກເຈົ້າ​ບໍ່​ຈື່​ບໍ​ວ່າ​ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ແລ້ວ?


ເພາະ​ແມ່ນ​ແຕ່​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພວກເຈົ້າ ພວກເຮົາ​ກໍ​ໄດ້​ວາງ​ກົດ​ນີ້​ໄວ້​ໃຫ້​ພວກເຈົ້າ​ວ່າ: “ຖ້າ​ຜູ້ໃດ​ບໍ່​ເຮັດວຽກ​ກໍ​ບໍ່​ຕ້ອງ​ກິນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka