Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,

Uka jalj uñjjattʼäta Copia luraña




1 ເທສະໂລນິກ 3:2
24 Jak'a apnaqawi uñst'ayäwi  

ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.


ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.


ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.


ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,


ເຮົາ​ກໍ​ຍັງ​ບໍ່​ມີ​ສັນຕິສຸກ​ໃນ​ຈິດໃຈ​ເລີຍ, ເພາະ​ວ່າ​ເຮົາ​ບໍ່​ພົບ​ຕີໂຕ​ນ້ອງຊາຍ​ຂອງ​ເຮົາ​ຢູ່​ທີ່​ນັ້ນ. ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ລາ​ພວກເຂົາ ແລ້ວ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ.


ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.


ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ,


ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ລາວ​ຈະ​ມາ​ພ້ອມ​ກັບ​ໂອເນຊີໂມ ນ້ອງ​ຮັກ ແລະ ສັດຊື່​ຂອງ​ພວກເຮົາ, ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ. ພວກເຂົາ​ຈະ​ບອກ​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນີ້​ໃຫ້​ພວກເຈົ້າ​ຟັງ.


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ຈະ​ໃຫ້​ກຳລັງ​ໃຈ​ພວກເຈົ້າ ແລະ ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ເຮັດ ແລະ ເວົ້າ​ໃນ​ສິ່ງ​ທີ່​ດີ​ທຸກຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka