Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ດັ່ງນັ້ນ ພວກເຮົາ​ຈຶ່ງ​ຫ່ວງໃຍ​ພວກເຈົ້າ. ເພາະ​ພວກເຮົາ​ຮັກ​ພວກເຈົ້າ​ຫລາຍ, ພວກເຮົາ​ຍິນດີ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແມ່ນແຕ່​ຊີວິດ​ຂອງ​ພວກເຮົາ​ກໍ​ສະຫລະ​ໃຫ້​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:8
23 Jak'a apnaqawi uñst'ayäwi  

ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ພີ່ນ້ອງ​ທັງຫລາຍ​ເອີຍ, ຄວາມປາຖະໜາ​ໃນ​ໃຈ ແລະ ຄຳອະທິຖານ​ຂອງ​ເຮົາ​ຕໍ່​ພຣະເຈົ້າ​ເພື່ອ​ຊົນຊາດ​ອິດສະຣາເອນ​ຄື ຂໍ​ໃຫ້​ພວກເຂົາ​ທັງຫລາຍ​ໄດ້​ຮັບ​ຄວາມພົ້ນ.


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ດັ່ງນັ້ນ ເຮົາ​ກໍ​ຍິນດີ​ຫລາຍ​ທີ່​ຈະ​ໃຊ້​ທຸກສິ່ງ​ທີ່​ເຮົາ​ມີ ແລະ ທຸ້ມເທ​ເຮົາ​ເອງ​ເພື່ອ​ພວກເຈົ້າ​ດ້ວຍ. ຖ້າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ ພວກເຈົ້າ​ຈະ​ຮັກ​ເຮົາ​ໜ້ອຍ​ລົງ​ບໍ?


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!


ພຣະອົງ​ນັ້ນ​ແຫລະ​ທີ່​ພວກເຮົາ​ປະກາດ, ເຕືອນສະຕິ ແລະ ສັ່ງສອນ​ທຸກຄົນ​ດ້ວຍ​ສະຕິປັນຍາ​ທຸກຢ່າງ ເພື່ອວ່າ​ພວກເຮົາ​ຈະ​ໄດ້​ຖວາຍ​ທຸກຄົນ​ໃຫ້​ເປັນ​ຜູ້ໃຫຍ່​ຄົບຖ້ວນ​ໃນ​ພຣະຄຣິດເຈົ້າ.


ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka