Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເຖິງ​ແມ່ນ​ວ່າ ເຮົາ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ ແລະ​ມີ​ສິດ​ຮຽກຮ້ອງ​ໄດ້ ແຕ່​ພວກເຮົາ​ໄດ້​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ​ໃຈ​ສຸພາບ​ອ່ອນໂຍນ ເໝືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນນ້ອຍ​ຂອງຕົນ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:7
18 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ອົດທົນ​ຕໍ່​ການ​ປະພຶດ​ຂອງ​ພວກເພິ່ນ​ເປັນ​ເວລາ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ;


ເຮົາ​ມາ​ຫາ​ພວກເຈົ້າ​ດ້ວຍ​ຄວາມອ່ອນແອ​ກັບ​ຄວາມ​ຢ້ານກົວ​ທີ່ສຸດ​ຈົນ​ຕົວສັ່ນ.


ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka