Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:6
24 Jak'a apnaqawi uñst'ayäwi  

ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.


“ເຮົາ​ບໍ່​ຮັບ​ເອົາ​ກຽດຕິຍົດ​ຈາກ​ການ​ເປັນ​ມະນຸດ,


ພວກເຈົ້າ​ສາມາດ​ເຊື່ອ​ໄດ້​ຢ່າງໃດ ຖ້າ​ຫາກ​ພວກເຈົ້າ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ ແຕ່​ບໍ່​ໄດ້​ຊອກຫາ​ກຽດຕິຍົດ​ຈາກ​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ແຕ່​ພຽງ​ອົງ​ດຽວ?


ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.


ແລະ ບໍ່​ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ.


ດ້ວຍ​ເຫດ​ນີ້​ແຫລະ ໃນ​ເວລາ​ທີ່​ເຮົາ​ບໍ່​ຢູ່ ເຮົາ​ຈຶ່ງ​ຂຽນ​ສິ່ງ​ເຫລົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ​ເຮົາ​ຈະ​ບໍ່​ໄດ້​ໃຊ້​ອຳນາດ​ຢ່າງ​ເຂັ້ມງວດ​ກັບ​ພວກເຈົ້າ, ອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ​ກໍ​ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່​ແມ່ນ​ເພື່ອ​ດຶງ​ພວກເຈົ້າ​ລົງ.


ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.


ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka