Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແຕ່​ຕາມ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຊົງ​ລອງເບິ່ງ​ໃຈ​ຂອງເຮົາ ຈຶ່ງ​ຊົງ​ເຫັນຊອບ​ທີ່​ຈະ​ມອບ​ຂ່າວປະເສີດ​ໄວ້​ກັບ​ເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ກ່າວ​ຢູ່ ບໍ່ແມ່ນ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພໍພຣະໄທ​ພຣະເຈົ້າ ຜູ້​ຊົງ​ທົດສອບ​ເບິ່ງ​ໃຈ​ຂອງ​ເຮົາ​ທັງຫລາຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:4
38 Jak'a apnaqawi uñst'ayäwi  

ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ?


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ແລະ ພຣະເຈົ້າ​ຜູ້​ທີ່​ຄົ້ນຫາ​ຫົວໃຈ​ຂອງ​ພວກເຮົາ​ກໍ​ຮູ້​ຄວາມນຶກຄິດ​ຂອງ​ພຣະວິນຍານ ເພາະວ່າ​ພຣະວິນຍານ​ອະທິຖານ​ອ້ອນວອນ​ແທນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເມື່ອ​ເປັນ​ຢ່າງນັ້ນ​ແລ້ວ, ພວກເຮົາ​ຮູ້​ວ່າ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ​ນັ້ນ​ຄື​ອັນ​ໃດ, ພວກເຮົາ​ຈຶ່ງ​ພະຍາຍາມ​ຊັກຊວນ​ຄົນ​ທັງຫລາຍ. ພວກເຮົາ​ເປັນ​ຢ່າງ​ໃດ​ນັ້ນ​ກໍ​ປາກົດ​ແຈ້ງ​ຕໍ່​ພຣະເຈົ້າ ແລະ ເຮົາ​ຫວັງ​ວ່າ​ສິ່ງ​ນີ້​ຈະ​ປາກົດ​ແຈ້ງ​ຕໍ່​ຈິດສຳນຶກ​ຂອງ​ພວກເຈົ້າ​ດ້ວຍ.


ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ກົງກັນຂ້າມ ພວກເຂົາ​ໄດ້​ຍອມຮັບ​ວ່າ​ເຮົາ​ໄດ້​ຖືກ​ມອບໝາຍ​ດ້ວຍ​ພາລະກິດ​ຂອງ​ການປະກາດ​ຂ່າວປະເສີດ​ແກ່​ພວກ​ທີ່​ບໍ່ຮັບພິທີຕັດ​ເຊັ່ນດຽວ​ກັບ​ເປໂຕ​ທີ່​ໄດ້​ປະກາດ​ແກ່​ຄົນ​ທີ່​ຮັບ​ພິທີຕັດ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ.


ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.


ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.


ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ຖ້າ​ຜູ້ໃດ​ຈະ​ກ່າວ, ພວກເຂົາ​ກໍ​ຄວນ​ເຮັດ​ເໝືອນ​ເປັນ​ຜູ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ. ຖ້າ​ຜູ້ໃດ​ຈະ​ຮັບໃຊ້, ພວກເຂົາ​ກໍ​ຄວນ​ເຮັດ​ດ້ວຍ​ກຳລັງ​ທີ່​ພຣະເຈົ້າ​ໃຫ້, ເພື່ອ​ວ່າ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ທຸກສິ່ງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ. ຂໍ​ໃຫ້​ສະຫງ່າລາສີ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka