Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຄຳ​ເຕືອນ​ສະຕິ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ເຈດຕະນາ​ອັນ​ຊົ່ວ​ມົວໝອງ ແລະ​ທັງ​ບໍ່ແມ່ນ​ກົນອຸບາຍ​ຫລອກລວງ​ດ້ວຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:3
18 Jak'a apnaqawi uñst'ayäwi  

ຫລັງຈາກ​ອ່ານ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ແລ້ວ, ບັນດາ​ຫົວໜ້າ​ທຳມະສາລາ​ກໍ​ໃຫ້​ຄົນ​ໄປ​ບອກ​ພວກເພິ່ນ​ວ່າ, “ພີ່ນ້ອງ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫລົ່ານີ້​ກໍ​ເຊີນ​ກ່າວ​ໄດ້”.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


ເພາະ​ຄົນ​ເຫລົ່ານັ້ນ​ເປັນ​ອັກຄະສາວົກ​ປອມ, ເປັນ​ຄົນງານ​ທີ່​ລໍ້ລວງ, ເປັນ​ຜູ້​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.


ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;


ຈົ່ງ​ເປີດ​ຫ້ອງ​ຫົວໃຈ​ຂອງ​ພວກເຈົ້າ​ຮັບ​ພວກເຮົາ​ສາ. ພວກເຮົາ​ບໍ່​ໄດ້​ເຮັດຜິດ​ຕໍ່​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ສໍ້ໂກງ​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ຊອກຫາ​ຜົນປະໂຫຍດ​ຈາກ​ຜູ້ໃດ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ເພາະ​ພຣະເຈົ້າ​ບໍ່​ໄດ້​ເອີ້ນ​ພວກເຮົາ​ໃຫ້​ເປັນ​ຄົນ​ມີ​ມົນທິນ ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ທີ່​ບໍລິສຸດ.


ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ການຫລອກລວງ​ມາ​ຄອບງຳ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ເຊື່ອ​ຄວາມຕົວະ


ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka