Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:2
27 Jak'a apnaqawi uñst'ayäwi  

ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ, ພວກເພິ່ນ​ໄດ້​ກ່າວ​ຢ່າງ​ກ້າຫານ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ຜູ້​ຢືນຢັນ​ຖ້ອຍຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເພິ່ນ​ສາມາດ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ.


ມີ​ການ​ວາງແຜນຮ້າຍ​ກຳລັງ​ເກີດຂຶ້ນ​ທ່າມກາງ​ພວກ​ຄົນຕ່າງຊາດ​ກັບ​ພວກ​ຄົນຢິວ ແລະ ບັນດາ​ຫົວໜ້າ​ຂອງ​ພວກເຂົາ, ເພື່ອ​ຂົ່ມເຫັງ​ພວກເພິ່ນ ແລະ ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ​ກັບ​ບາຣະນາບາ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ເມື່ອ​ເຈົ້າ​ຂອງ​ຂ້າທາດ​ນັ້ນ​ເຫັນ​ວ່າ​ຄວາມຫວັງ​ທີ່​ຈະ​ຫາ​ເງິນ​ຂອງ​ພວກເຂົາ​ໄດ້​ໝົດ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ຈັບ​ໂປໂລ​ກັບ​ຊີລາ ແລະ ລາກ​ພວກເພິ່ນ​ມາ​ທີ່​ບ່ອນ​ຊຸມນຸມ​ຊົນ​ເພື່ອ​ພົບ​ຜູ້ມີອຳນາດ.


ແຕ່​ໂປໂລ​ເວົ້າ​ກັບ​ພວກ​ເຈົ້າໜ້າທີ່​ວ່າ: “ພວກເຂົາ​ໄດ້​ຂ້ຽນ​ພວກເຮົາ​ໃນ​ທີ່​ສາທາລະນະ​ໂດຍ​ບໍ່​ໄດ້​ສືບສວນ​ທັງ​ທີ່​ພວກເຮົາ​ເອງ​ກໍ​ເປັນ​ພົນລະເມືອງ​ໂຣມ ແລະ ຈັບ​ພວກເຮົາ​ເຂົ້າ​ຄຸກ ແລ້ວ​ບັດນີ້​ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ອອກ​ໄປ​ຢ່າງ​ງຽບໆ​ຊັ້ນ​ບໍ? ບໍ່​ໄດ້! ໃຫ້​ພວກເຂົາ​ມາ​ເອງ ແລະ ພາ​ພວກເຮົາ​ອອກ​ໄປ”.


ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເຫດຜົນ​ມາ​ໂຕ້ຕອບ​ກັບ​ທັງ​ຄົນ​ຢິວ ແລະ ຄົນ​ກຣີກ​ທີ່​ຢຳເກງ​ພຣະເຈົ້າ​ໃນ​ທຳມະສາລາ ແລະ ທຸກຄົນ​ທີ່​ເພິ່ນ​ພົບ​ຕາມ​ຕະຫລາດ​ໃນ​ແຕ່ລະວັນ.


ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກ່າວ​ດ້ວຍ​ໃຈ​ກ້າຫານ​ເປັນ​ເວລາ​ສາມ​ເດືອນ, ມີ​ການ​ໂຕ້ຖຽງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໜ້າ​ຟັງ.


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ພວກ​ອັກຄະສາວົກ​ໄດ້​ອອກ​ຈາກ​ສະພາ​ແຊນເຮດຣິນ​ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ​ເພາະ​ພວກເພິ່ນ​ຖື​ວ່າ​ຄຸ້ມຄ່າ​ທີ່​ໄດ້​ທົນທຸກ​ອັບອາຍ​ເພາະ​ເຫັນ​ແກ່​ນາມ​ນັ້ນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ເຫດສະນັ້ນ ເພາະ​ພວກເຮົາ​ມີ​ຄວາມຫວັງ​ຢ່າງນີ້, ພວກເຮົາ​ຈຶ່ງ​ມີ​ໃຈກ້າ​ຫລາຍ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.


ເພາະວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ບໍ່​ແມ່ນ​ພຽງແຕ່​ດ້ວຍ​ຖ້ອຍຄຳ​ເທົ່ານັ້ນ ແຕ່​ໄດ້​ມາ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ຄວາມເຊື່ອໝັ້ນ​ອັນ​ເລິກເຊິ່ງ. ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນຊີວິດ​ຢ່າງໃດ​ໃນ​ທ່າມກາງ​ພວກເຈົ້າ​ເພື່ອ​ເຫັນ​ແກ່​ພວກເຈົ້າ​ທັງຫລາຍ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka