Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ດ້ວຍວ່າ, ແມ່ນ​ສິ່ງໃດ​ຈະ​ເປັນ​ທີ່​ຫວັງໃຈ​ຂອງເຮົາ ຫລື​ທີ່​ຊົມຊື່ນ​ຍິນດີ ຫລື​ມົງກຸດ ອັນ​ໃຫ້​ມີ​ຄວາມ​ອວດອ້າງ ຊ້ອງ​ພຣະພັກ​ອົງ​ຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ ບໍ່ແມ່ນ​ພວກເຈົ້າ​ດອກ​ຫລື?

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:19
35 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ? ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”.


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຄື: ພຣະຄຣິດເຈົ້າ​ຜູ້​ເປັນ​ຜົນທຳອິດ; ຫລັງຈາກ​ນັ້ນ, ແມ່ນ​ບັນດາ​ຄົນ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມາ​ປາກົດ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.


ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!


ພວກເຈົ້າ​ທັງຫລາຍ​ນັ້ນ​ແຫລະ ທີ່​ເປັນ​ກຽດຕິຍົດ ແລະ ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ​ຢ່າງ​ແທ້ຈິງ.


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ພວກເຮົາ​ຂໍ​ບອກ​ພວກເຈົ້າ​ຕາມ​ຖ້ອຍຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ, ຜູ້​ທີ່​ຍັງ​ຫລືອ​ຢູ່​ຈົນ​ເຖິງ​ການ​ກັບ​ມາ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຈະ​ບໍ່​ລ່ວງໜ້າ​ໄປ​ກ່ອນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ຢ່າງ​ແນ່ນອນ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.


ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.


ກ່ຽວກັບ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ການ​ທີ່​ຈະ​ຮວບຮວມ​ເອົາ​ພວກເຮົາ​ທັງຫລາຍ​ໄປ​ຢູ່​ກັບ​ພຣະອົງ​ນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.


ພວກເຈົ້າ​ກໍ​ເໝືອນກັນ, ຈົ່ງ​ອົດທົນ ແລະ ຕັ້ງໝັ້ນຄົງ​ຢູ່​ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃກ້​ຈະ​ມາ​ແລ້ວ.


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.


ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.


“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka