Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:16
52 Jak'a apnaqawi uñst'ayäwi  

ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ. ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ​ນີ້​ກໍ​ຈະ​ເປັນ​ຢ່າງ​ນີ້”.


ເຫດສະນັ້ນ ຈົ່ງ​ເຮັດ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ແລະ ເຮັດ​ໃຫ້​ສຳເລັດ​ຄົບຖ້ວນ​ສາ!


ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ພວກເຈົ້າ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ, ຈົ່ງ​ລະວັງ​ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຍັງ​ບໍ່​ມາ​ເຖິງ.


ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ ແລະ ພຣະອົງ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ, ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ຂອງ​ພຣະອົງ​ມາ​ໃສ່​ໄວ້​ໃນ​ເລົ້າ ແລະ ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.


ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງຫລາຍ, ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ. ພວກເຂົາ​ຈຶ່ງ​ເລີ່ມ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ໂປໂລ​ກຳລັງ​ກ່າວ ແລະ ຫຸ້ມ​ຂົ່ມເຫັງ​ເພິ່ນ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ແລ້ວ​ມີ​ພວກ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ມາ​ເຂົ້າ​ຂ້າງ​ພວກເຂົາ​ໄດ້​ສຳເລັດ. ພວກເຂົາ​ໄດ້​ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ ແລະ ລາກ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ເພາະ​ຄິດ​ວ່າ​ເພິ່ນ​ຕາຍ​ແລ້ວ.


ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ໄດ້​ຍຸຍົງ​ຄົນຕ່າງຊາດ​ອື່ນ​ອີກ ແລະ ເບື່ອເມົາ​ຄວາມຄິດ​ຂອງ​ພວກເຂົາ​ໃຫ້​ຕໍ່ຕ້ານ​ພວກ​ພີ່ນ້ອງ.


ມີ​ການ​ວາງແຜນຮ້າຍ​ກຳລັງ​ເກີດຂຶ້ນ​ທ່າມກາງ​ພວກ​ຄົນຕ່າງຊາດ​ກັບ​ພວກ​ຄົນຢິວ ແລະ ບັນດາ​ຫົວໜ້າ​ຂອງ​ພວກເຂົາ, ເພື່ອ​ຂົ່ມເຫັງ​ພວກເພິ່ນ ແລະ ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ​ກັບ​ບາຣະນາບາ.


ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.


ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.


ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.


ເຊົ້າ​ວັນ​ຕໍ່ມາ​ພວກ​ຢິວ​ໄດ້​ເຕົ້າໂຮມກັນ​ວາງແຜນ ແລະ ຜູກມັດ​ກັນ​ດ້ວຍ​ຄຳສາບານ​ວ່າ​ຈະ​ບໍ່​ກິນ ຫລື ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປໂລ.


ພວກ​ຢິວ​ຄົນ​ອື່ນ ກໍ​ໄດ້​ເຂົ້າ​ຮ່ວມ​ກ່າວຫາ​ນຳ, ໄດ້​ຢືນຢັນ​ວ່າ​ສິ່ງ​ເຫລົ່ານີ້​ເປັນ​ຄວາມ​ຈິງ.


ບ່ອນ​ທີ່​ບັນດາ​ຫົວໜ້າ​ປະໂລຫິດ ແລະ ບັນດາ​ຜູ້ນຳ​ຊາວຢິວ​ມາ​ປາກົດ​ຕໍ່ໜ້າ​ເພິ່ນ ແລະ ພວກເຂົາ​ຍື່ນ​ຟ້ອງ​ໂປໂລ.


ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ, ພວກ​ຢິວ​ທີ່​ລົງ​ມາ​ຈາກ​ເຢຣູຊາເລັມ​ກໍ​ເຂົ້າ​ໄປ​ຢືນ​ອ້ອມ​ໂປໂລ​ໄວ້. ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ທີ່​ຮ້າຍແຮງ​ຫລາຍ​ປະການ​ຕໍ່ສູ້​ໂປໂລ, ແຕ່​ພວກເຂົາ​ບໍ່​ສາມາດ​ພິສູດ​ໄດ້.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ຫລັງຈາກ​ຫລາຍ​ວັນ​ຜ່ານໄປ, ພວກ​ຢິວ​ໄດ້​ວາງ​ແຜນການ​ຈະ​ຂ້າ​ໂຊໂລ,


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພວກເຈົ້າ​ຢ່າ​ໄດ້​ທໍ້ຖອຍໃຈ​ຍ້ອນ​ຄວາມທຸກຍາກລໍາບາກ​ຂອງ​ເຮົາ​ເພື່ອ​ພວກເຈົ້າ, ເຊິ່ງ​ເປັນ​ກຽດ​ຂອງ​ພວກເຈົ້າ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ແລະ ຄອຍຖ້າ​ພຣະບຸດ​ຂອງ​ພຣະອົງ​ທີ່​ຈະ​ມາ​ຈາກ​ສະຫວັນ, ຜູ້​ທີ່​ພຣະອົງ​ໄດ້​ໃຫ້​ເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ, ຜູ້​ທີ່​ກອບກູ້​ເອົາ​ພວກເຮົາ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.


ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.


ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.


ແຕ່​ພື້ນດິນ​ທີ່​ເກີດ​ໜາມ ແລະ ສ້ຽນ​ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ ຕົກ​ຢູ່​ໃນ​ອັນຕະລາຍ​ຈາກ​ການ​ຖືກ​ສາບແຊ່ງ. ແລ້ວ​ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາໄຟ.


ຜູ້​ທີ່​ເຮັດຜິດ​ກໍ​ໃຫ້​ເຮັດຜິດ​ຕໍ່ໄປ, ຜູ້​ທີ່​ຊົ່ວຊ້າ​ກໍ​ໃຫ້​ຊົ່ວຊ້າ​ຕໍ່ໄປ, ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໄປ ແລະ ຜູ້​ທີ່​ເປັນ​ຄົນ​ບໍລິສຸດ​ກໍ​ໃຫ້​ເປັນ​ຄົນ​ບໍລິສຸດ​ຕໍ່ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka