Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ພວກເຂົາ​ໄດ້​ຂ້າ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ບັນດາ​ຜູ້ທຳນວາຍ ແລະ ໄດ້​ຂັບໄລ່​ພວກເຮົາ​ໃຫ້​ອອກໄປ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ບໍ່​ພໍໃຈ ແລະ ເປັນ​ສັດຕູ​ຕໍ່​ທຸກຄົນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແມ່ນ​ພວກ​ຢູດາ​ນີ້​ແຫຼະ ທີ່​ໄດ້​ປະຫານ​ອົງ​ພຣະເຢຊູເຈົ້າ​ກັບ​ບັນດາ​ຜູ້​ປະກາດ​ພຣະທຳ ແລະ​ໄດ້​ຂົ່ມເຫັງ​ພວກເຮົາ​ດ້ວຍ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ເສຍ​ພຣະໄທ​ຫລາຍ​ທີ່ສຸດ ແລະ​ພວກເຂົາ​ກໍ​ຕໍ່ສູ້​ກັບ​ທຸກໆ​ຄົນ​ຢ່າງ​ໂຫດຮ້າຍ

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:15
21 Jak'a apnaqawi uñst'ayäwi  

“ເຢຣູຊາເລັມ, ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ.


ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ເລືອດ​ຂອງ​ລາວ​ຕົກ​ຖືກ​ພວກເຮົາ ແລະ ລູກຫລານ​ຂອງ​ພວກເຮົາ!”


ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ເມື່ອ​ເຮໂຣດ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້​ເປັນ​ທີ່​ພໍໃຈ​ທ່າມກາງ​ພວກ​ຢິວ, ເພິ່ນ​ຈຶ່ງ​ສັ່ງ​ຈັບ​ເປໂຕ​ເໝືອນກັນ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຊ່ວງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ແຕ່​ເຖິງຢ່າງໃດ​ກໍ​ຕາມ ພຣະເຈົ້າ​ບໍ່​ໄດ້​ພໍໃຈ​ກັບ​ຄົນ​ສ່ວນຫລາຍ​ໃນ​ພວກເພິ່ນ; ຊາກສົບ​ຂອງ​ພວກເພິ່ນ​ຈຶ່ງ​ຖືກ​ກະຈັດກະຈາຍ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ.


ເຮົາ​ໄດ້​ຍ້າຍ​ທີ່ຢູ່​ຕະຫລອດ, ເຮົາ​ໄດ້​ຢູ່​ໃນ​ອັນຕະລາຍ​ຈາກ​ແມ່ນ້ຳ​ຕ່າງໆ, ໃນ​ອັນຕະລາຍ​ຈາກ​ພວກໂຈນ, ໃນ​ອັນຕະລາຍ​ຈາກ​ພີ່ນ້ອງ​ຢິວ​ຂອງ​ເຮົາເອງ, ໃນ​ອັນຕະລາຍ​ຈາກ​ຄົນຕ່າງຊາດ, ໃນ​ອັນຕະລາຍ​ພາຍ​ໃນ​ເມືອງ, ໃນ​ອັນຕະລາຍ​ພາຍ​ໃນ​ປະເທດ, ໃນ​ອັນຕະລາຍ​ຢູ່​ໃນ​ທະເລ ແລະ ໃນ​ອັນຕະລາຍ​ຈາກ​ຜູ້ທີ່ເຊື່ອ​ປອມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka