Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ພວກເຂົາ​ເອງ​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ວ່າ​ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງໃດ. ພວກເຂົາ​ຍັງ​ບອກ​ອີກ​ວ່າ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ຮູບເຄົາລົບ​ມາ​ຫາ​ພຣະເຈົ້າ ເພື່ອ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ຜູ້​ມີຊີວິດ​ຢູ່,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:9
30 Jak'a apnaqawi uñst'ayäwi  

ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.


“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ແລະ “ໃນ​ບ່ອນ​ທີ່​ກ່າວ​ແກ່​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ບຸດ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່’”.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ​ກໍ​ບໍ່​ໄດ້​ເສຍປະໂຫຍດ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka