Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ດັງ​ອອກຈາກ​ພວກເຈົ້າ​ໄປ ບໍ່​ແມ່ນ​ແຕ່​ຢູ່​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ​ເທົ່ານັ້ນ ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ໄດ້​ກາຍເປັນ​ທີ່​ຮູ້ຈັກ​ໄປ​ທົ່ວ​ທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ຈໍາເປັນ​ຕ້ອງ​ເວົ້າ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເພາະວ່າ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ອອກ​ຈາກ​ພວກເຈົ້າ​ຊ່າລື​ກ້ອງ​ໄປ ບໍ່ແມ່ນແຕ່​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ເທົ່ານັ້ນ ແຕ່​ຂ່າວ​ແຫ່ງ​ຄວາມເຊື່ອ​ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ຈົນ​ພວກເຮົາ​ບໍ່​ຈຳເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:8
20 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ຄົນ​ທັງຫລາຍ​ໄດ້​ຍິນ​ເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ແລ້ວ, ເຮົາ​ຈຶ່ງ​ຊື່ນຊົມຍິນດີ​ນໍາ​ພວກເຈົ້າ ແຕ່​ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ສິ່ງ​ທີ່​ດີ ແລະ ເປັນ​ຄົນໂງ່​ໃນ​ສິ່ງ​ທີ່​ຊົ່ວຮ້າຍ.


ຫລື ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ເກີດ​ມາ​ຈາກ​ພວກເຈົ້າ​ບໍ? ຫລື ພຣະຄຳ​ໄດ້​ມີ​ມາ​ເຖິງ​ພວກເຈົ້າ​ແຕ່​ເທົ່ານັ້ນ​ບໍ?


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ນີ້​ຄື​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໂດຍ​ທາງ​ພຣະຄຣິດເຈົ້າ​ຕໍ່ໜ້າ​ພຣະເຈົ້າ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ເຫດສະນັ້ນ ໃນ​ທ່າມກາງ​ຄຣິສຕະຈັກ​ຕ່າງໆ​ຂອງ​ພຣະເຈົ້າ​ພວກເຮົາ​ໄດ້​ອວດ​ເຖິງ​ຄວາມ​ພຽນ​ອົດທົນ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ການຂົ່ມເຫັງ ແລະ ການທົດລອງ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ອົດທົນ​ຢູ່.


ສຸດທ້າຍ​ນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ​ເພື່ອ​ວ່າ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ໄດ້​ແຜ່ຂະຫຍາຍ​ໄປ​ຢ່າງ​ໄວວາ ແລະ ເປັນ​ທີ່​ຖວາຍ​ກຽດ​ເໝືອນ​ທີ່​ເປັນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທີ່​ຢູ່​ທົ່ວທຸກບ່ອນ​ອະທິຖານ, ຍົກ​ມື​ອັນ​ບໍລິສຸດ​ຂຶ້ນ​ໂດຍ​ປາດສະຈາກ​ຄວາມໃຈຮ້າຍ ຫລື ການຜິດຖຽງ​ກັນ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka