Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ​ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:7
14 Jak'a apnaqawi uñst'ayäwi  

ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ.


ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ດັງ​ອອກຈາກ​ພວກເຈົ້າ​ໄປ ບໍ່​ແມ່ນ​ແຕ່​ຢູ່​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ​ເທົ່ານັ້ນ ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ໄດ້​ກາຍເປັນ​ທີ່​ຮູ້ຈັກ​ໄປ​ທົ່ວ​ທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ຈໍາເປັນ​ຕ້ອງ​ເວົ້າ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້​ອີກ,


ແລະ ຕາມ​ເປັນຄວາມຈິງ​ແລ້ວ ພວກເຈົ້າ​ກໍ​ຮັກ​ຄອບຄົວ​ຂອງ​ພຣະເຈົ້າ​ທັງໝົດ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັກ​ພີ່ນ້ອງ​ໃຫ້​ຫລາຍ​ຂຶ້ນ​ອີກ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka