Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະວ່າ​ຂ່າວປະເສີດ​ຂອງ​ພວກເຮົາ​ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ບໍ່​ແມ່ນ​ພຽງແຕ່​ດ້ວຍ​ຖ້ອຍຄຳ​ເທົ່ານັ້ນ ແຕ່​ໄດ້​ມາ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ຄວາມເຊື່ອໝັ້ນ​ອັນ​ເລິກເຊິ່ງ. ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນຊີວິດ​ຢ່າງໃດ​ໃນ​ທ່າມກາງ​ພວກເຈົ້າ​ເພື່ອ​ເຫັນ​ແກ່​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:5
60 Jak'a apnaqawi uñst'ayäwi  

ຝ່າຍ​ພວກສາວົກ​ກໍ​ອອກ​ໄປ​ເທດສະໜາ​ທົ່ວ​ທຸກ​ບ່ອນ ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຮ່ວມງານ​ກັບ​ພວກເພິ່ນ ແລະ ພຣະອົງ​ໄດ້​ຢືນຢັນ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ​ໝາຍສຳຄັນ​ທີ່​ເກີດຂຶ້ນ.


ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ,


ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ແຕ່​ສຳລັບ​ບັນດາ​ຜູ້​ທີ່​ພຣະເຈົ້າ​ເອີ້ນ, ທັງ​ຊາວຢິວ ແລະ ຊາວ​ກຣີກ, ພຣະຄຣິດເຈົ້າ​ຄື​ລິດອຳນາດ ແລະ ປັນຍາ​ຂອງ​ພຣະເຈົ້າ.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ.


ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ຄຳເວົ້າ ແຕ່​ແມ່ນ​ເລື່ອງ​ຂອງ​ລິດອຳນາດ.


ໃນ​ທຳນອງ​ດຽວກັນ ອົງພຣະຜູ້ເປັນເຈົ້າ​ສັ່ງ​ໄວ້​ວ່າ ຜູ້​ທີ່​ປະກາດ​ຂ່າວປະເສີດ​ກໍ​ຄວນ​ໄດ້ຮັບ​ການລ້ຽງດູ​ຈາກ​ຂ່າວປະເສີດ​ນັ້ນ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.


ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.


ເພາະ​ພວກເຮົາ​ເປັນ​ຜົນງານ​ຂອງ​ພຣະເຈົ້າ ເຊິ່ງ​ໄດ້​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າເຢຊູ ເພື່ອ​ໃຫ້​ເຮັດ​ການ​ດີ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ໃຫ້​ພວກເຮົາ​ປະຕິບັດ.


ບັດນີ້ ຂໍ​ຖວາຍ​ກຽດ​ແກ່​ພຣະອົງ​ຜູ້​ສາມາດ​ກະທຳ​ທຸກ​ສິ່ງ​ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື ຄິດ​ໄດ້​ຕາມ​ລິດອຳນາດ​ຂອງ​ພຣະອົງ​ທີ່​ກະທຳ​ການ​ຢູ່​ພາຍໃນ​ພວກເຮົາ,


ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.


ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນ​ຈາກ​ເຮົາ ຫລື ໄດ້​ເຫັນ​ໃນ​ເຮົາ ຈົ່ງ​ນໍາ​ເອົາ​ສິ່ງນັ້ນ​ໄປ​ປະຕິບັດ. ແລະ ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ.


ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສິ່ງ​ນີ້​ຜ່ານທາງ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.


ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ສະແດງ​ຄວາມພາກພຽນ​ອັນ​ດຽວ​ກັນ​ນີ້​ຈົນ​ເຖິງ​ທີ່ສຸດ, ເພື່ອ​ໃຫ້​ແນ່ໃຈ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ຈະ​ເປັນ​ຈິງ​ຢ່າງ​ຄົບຖ້ວນ.


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ


ພວກເຮົາ​ມີ​ຖ້ອຍຄຳ​ຂອງ​ການທຳນວາຍ​ເໝືອນກັນ ເຊິ່ງ​ເປັນ​ສິ່ງ​ທີ່​ເຊື່ອຖືໄດ້​ຢ່າງ​ຄົບຖ້ວນ, ຈະ​ເປັນ​ເລື່ອງ​ດີ​ຖ້າ​ພວກເຈົ້າ​ເອົາໃຈໃສ່​ຖ້ອຍຄຳ​ເຫລົ່ານີ້ ເໝືອນ​ແສງສະຫວ່າງ​ທີ່​ສ່ອງ​ໃນ​ບ່ອນ​ມືດ​ຈົນ​ກວ່າ​ຈະ​ເຖິງ​ວັນ​ຮຸ່ງເຊົ້າ ແລະ ດາວ​ແຫ່ງ​ອາລຸນ​ຍາມເຊົ້າ​ຈະ​ປາກົດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka