Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທຸກຄົນ ແລະ ກ່າວ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ພວກເຮົາ​ຢ່າງ​ຕໍ່ເນື່ອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:2
10 Jak'a apnaqawi uñst'ayäwi  

ແຕ່​ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຖິງແມ່ນວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຂອງ​ຄວາມບາບ ແຕ່​ພວກເຈົ້າ​ກໍ​ໄດ້​ເຊື່ອຟັງ​ຄຳສອນ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ຢ່າງ​ສຸດ​ໃຈ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ເພາະ​ພຣະຄຸນ​ຂອງ​ພຣະອົງ​ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ​ເມື່ອ​ພວກເຮົາ​ອະທິຖານ​ເພື່ອ​ພວກເຈົ້າ,


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ພວກເຮົາ​ຈະ​ສາມາດ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງໃດ​ຈຶ່ງ​ຈະ​ສົມ​ກັບ​ຄວາມຊື່ນຊົມຍິນດີ​ທັງຫລາຍ​ທີ່​ພວກເຮົາ​ມີ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ເພາະ​ຍ້ອນ​ພວກເຈົ້າ?


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka