1 ເທສະໂລນິກ 1:10 - ພຣະຄຳພີລາວສະບັບສະໄໝໃໝ່10 ແລະ ຄອຍຖ້າພຣະບຸດຂອງພຣະອົງທີ່ຈະມາຈາກສະຫວັນ, ຜູ້ທີ່ພຣະອົງໄດ້ໃຫ້ເປັນຄືນມາຈາກຕາຍ ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ກອບກູ້ເອົາພວກເຮົາທັງຫລາຍໃຫ້ພົ້ນຈາກຄວາມໂກດຮ້າຍທີ່ກຳລັງຈະມາເຖິງ. Uka jalj uñjjattʼätaພຣະຄຳພີສັກສິ10 ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ. Uka jalj uñjjattʼäta |
ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ.