1 ເປໂຕ 5:9 - ພຣະຄຳພີລາວສະບັບສະໄໝໃໝ່9 ຈົ່ງຕໍ່ສູ້ກັບມານ ດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ເພາະພວກເຈົ້າກໍຮູ້ວ່າພີ່ນ້ອງຜູ້ທີ່ເຊື່ອໃນທົ່ວໂລກກໍກຳລັງປະສົບກັບຄວາມທຸກທໍລະມານແບບດຽວກັນນີ້. Uka jalj uñjjattʼätaພຣະຄຳພີສັກສິ9 ຈົ່ງຕໍ່ສູ້ກັບສັດຕູນັ້ນດ້ວຍໃຈໝັ້ນຄົງໃນຄວາມເຊື່ອ ໂດຍຮູ້ແລ້ວວ່າພີ່ນ້ອງຂອງພວກເຈົ້າທົ່ວໂລກ ກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.