1 ເປໂຕ 5:8 - ພຣະຄຳພີລາວສະບັບສະໄໝໃໝ່8 ຈົ່ງມີສະຕິ ແລະ ຕື່ນໂຕຢູ່ສະເໝີ. ເພາະສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້. Uka jalj uñjjattʼätaພຣະຄຳພີສັກສິ8 ເຈົ້າທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່. ດ້ວຍວ່າ, ສັດຕູຂອງພວກເຈົ້າຄືມານທຽວວົນວຽນໄປມາເໝືອນໂຕສິງ ທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ, ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ. ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ, ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ. ໄດ້ຖືກໂຍນລົງໄປແລ້ວ.