Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ປະ​ຄວາມກະວົນກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຫ່ວງໃຍ​ພວກເຈົ້າ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຈົ່ງ​ປະ​ຄວາມ​ກະວົນ​ກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຊົງ​ຫ່ວງໃຍ​ພວກເຈົ້າ​ຢູ່.

Uka jalj uñjjattʼäta Copia luraña




1 ເປໂຕ 5:7
23 Jak'a apnaqawi uñst'ayäwi  

ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?


“ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ.


ດັ່ງນັ້ນ ຢ່າ​ກະວົນກະວາຍ​ວ່າ, ‘ພວກເຮົາ​ຈະ​ກິນ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ດື່ມ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ນຸ່ງຫົ່ມ​ຫຍັງ?’


ພຣະເຢຊູເຈົ້າ​ນອນ​ໝູນ​ໝອນ​ຫລັບ​ຢູ່​ທ້າຍເຮືອ. ພວກສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ ພຣະອົງ​ບໍ່​ເປັນຫ່ວງ​ພວກຂ້ານ້ອຍ​ບໍ?”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກ່າວ​ພວກສາວົກ​ວ່າ, “ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ຫລື ຮ່າງກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງຫົ່ມ​ຫຍັງ.


ໃນ​ເມື່ອ​ພວກເຈົ້າ​ເຮັດ​ໃນ​ສິ່ງ​ເລັກນ້ອຍ​ນີ້​ບໍ່​ໄດ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ສິ່ງ​ອື່ນໆ?


ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka